"​ເມືອງ​ແຫ່ງ​ສະ​ເໜ່"ຂອງ​ຫວຽດນາມ​ດຶງ​ດູດ​ນັກ​ທຸ​ລະ​ກິດ​ຈຳ​ນວນ​ຫຼວງ​ຫຼາຍ
2014-09-18 16:30:59  cri 

ປ້າຍໂຄສະນາການທ່ອງທ່ຽວຂອງບິງຕວນຫວຽດນາມ

ຕາມ​ຂ່າວCRI, ນັບ​ແຕ່​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 11 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ວ່າ​ດ້ວຍ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນຄັ້ງ​ທີ 11 ​ໄດ້​​ໄຂ​ຂຶ້ນ​​ໃນ​ວັນ​ທີ 16 ກັນຍາ​ທີ່​ນະຄອນ​ນານ​ນິງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງ​ຊີ​ຈີນ​ມາ​ນີ້, ກິດຈະກຳ​ຕ່າງໆ​ທີ່​ປິ່ນ​ອ້ອມງານ​ວາງສະ​ແດງ​ແລະ​ກອງ​ປະຊຸມ​ໄດ້​ດຶງ​ດູດ​ການ​ມີ​ສ່ວນ​ຮ່ວມ​ຈາກ​ນັກທຸລະກິດ​ຈີນ​ແລະ​ຕ່າງປະ​ເທດ, ​ເຊິ່ງ​ໃນ​ນັ້ນ ​ເຂດ​ວາງສະ​ແດງ​ພາຍ​ໃຕ້​ຫົວ​ຂໍ້ "​ເມືອງ​ແຫ່ງ​ສະ​ເໜ່"ຂອງ​ຫວຽດນາມ​ໄດ້​ກາຍ​ເປັນ​ຈຸດ​ເດັ່ນ​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ນັກທຸລະກິດ​ຈຳນວນ​ຫຼວງຫຼາຍ.

ໝາກມັງກອນຫວຽດນາມທີ່ນຳມາວາງສະແດງໃນງານ

ໃນ​ງາ​ນວາງສະ​ແດງ​ຄັ້ງ​ນີ້, ​"​ເມືອງ​ແຫ່ງ​ສະ​ເໜ່"ຂອງ​ຫວຽດນາມ​ກໍ​ຄື​ແຂວງ​ບິງ​ຕວນ. ເຂດ​ວາງ​ສະ​ແດງ​ແຂວງ​ບິງ​ຕວນ​ກວມເນື້ອທີ່ປະມານ 180 ຕາແມັດ, ເຊິ່ງ​ໄດ້​ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນທີ່ມີເອກະລັກສະ​ເພາະຕົວ​ແລະ​ໂຄງການທ່ອງທ່ຽວ​ຂອງແຂວງນີ້. ທ່ານຟາມ​ຕວງທີ ຮອງ​ປະ​ທານ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຄ້າ​ແຂວງ​ບິງຕວນ​ຫວຽດນາມ​ແນະ ນຳໃຫ້ຮູ້ວ່າ, ບິງຕວນ​ມີ​ພູມ​ອາ​ກາດ​ທີ່​ດີ, ທິວ​ທັດ​ທຳ​ມະ​ຊາດ​ສວຍ​ສົດ​ງົດ​ງາມ, ຊັບ​ພະ​ຍາ​ກອນ ທ່ອງ​ທ່ຽວ ມີ​ຄວາມ​ອຸ​ດົມ​ສົມ​ບູນ, ​ເຊິ່ງ​ມີ​ລູກ​ຄ້າ​ຈຳ​ນວນ​ຫຼວງ​ຫຼາຍ​ໄດ້​ມາ​ສອບ​ຖາມ​ຂໍ້ມູນ ທີ່​ກ່ຽວ​ຂ້ອງ ຢູ່​ເຂດ​ວາງ​ສະ​ແດງ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ