ລັດຖະມົນຕີປະຈຳ​ທຳນຽບປະທານປະ​ເທດລາວ​ກ່າວ​ວ່າ:​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຍົກ​ລະດັບ​​ແລະ ການ​ສ້າງ​ເສັ້ນທາງ​ສາຍ​ໄໝທາງທະ​ເລ ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ລາວ
2014-09-18 15:07:04  cri 
ຕາມ​ຂ່າວCRI: ​ໃນ​ເວລາ​​ໃຫ້​ສຳພາດສະ​ເພາະ​ຂອງ​ນັກ​ຂ່າວ CRI​ ໃນງານ​ວາງສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນຄັ້ງທີ 11 ​ແລະກອງ​ປະຊຸມສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນຄັ້ງທີ 11 ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນີງ​ເຂດ​ກວາງຊີ​ຂອງ​ຈີນ, ທ່ານ​ພົງ​ສະຫວັດ ບຸບຜາ, ລັດຖະມົນຕີປະຈຳ​ທຳນຽບປະທານປະ​ເທດຂອງລາວ​ໄດ້​ກ່າວ​ວ່າ:​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນທີ່​ຈີນ​ກັບ​ອາ​ຊຽນກຳລັງຍົກ​ລະດັບ​​ໃຫ້​ສູງ​ຂຶ້ນຢ່າງ​ຕັ້ງໜ້າ ພ້ອມ​ກັບ​ແລວ​ທາງຍຸດ​ທະ​ສາດ​ກ່ຽວ​ກັບ​ຈີນ-ອາ​ຊຽນຮ່ວມ​ມື​ກັນ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະຕະວັດ​ທີ 21 ທີ່​ສະ​ເໜີ​ໂດຍ​ທ່ານ​ປະທານ​ສີ​ຈິ້ນ​ຜີ​ງນັ້ນ ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ລາວ.

ທ່ານ​ພົງ​ສະຫວັດຊີ້​ອອກ​ວ່າ, ຫຼັງຈາກ​ສ້າງຕັ້ງ​ເຂດ​ການ​ຄ້າ​ເສລີ​ຈີນ-​ອາຊຽນ​ຢ່າງ​ເປັນ​ທາງ​ການ​ມາ​ນີ້, ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ແລະລະຫວ່າງ​ຫຼາຍ​ຝ່າຍ​ທີ່​ນັບ​ມື້​ນັບ​ຄົບ​ຖ້ວນ​ຂຶ້ນນັ້ນ ​ເຊິ່ງ​ໄດ້ນຳ​ເອົາ​ຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງມາ​ໃຫ້​ແກ່​ລາວ,​ໄດ້​ຊຸກຍູ້​ການ​ພັດທະນາ​ເສດ​ຖະກິດ​ຂອງ​ລາວ​ຢ່າງ​ວ່ອງ​ໄວ. ປັດຈຸບັນ, ຈີນ​ກັບ​ອາ​ຊຽນພວມ​ຕັ້ງໜ້າ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໃຫ້​ຂຶ້ນ​ໃນ​ລະດັບ​ໃໝ່, ນີ້​ມີ​ຜົນ​ດີຍິ່ງຂຶ້ນຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ລາວ. ພາຍ​ໃຕ້ຄວາມ​ເປັນ​ມາດັ່ງກ່າວ​ນີ້, ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາຊຽນ​ຍັງ​ມີ​ຄວາມ​ໝາຍ​ສຳຄັນຢ່າງ​ຍິ່ງ​ຕໍ່​ການ​ຊຸກຍູ້​ການ​ພັດທະນາ​ທາງ​ເສດຖະກິດ​ລະ​ຫວ່າງ​ຈີນ-​ອາ​ຊຽນ​ແລະ​ລະຫວ່າງ​ຈີນ-​ລາວ.

ທ່ານ​ພົງ​ສະຫວັດຍັງ​ກ່າວ​ວ່າ, ​ເຖິງ​ວ່າລາວ​ແມ່ນ​ປະ​ເທດທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລກໍ​ຕາມ, ​ແຕ່​ຈີນ​ກັບ​ອາ​ຊຽນສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ໄລຍະ​ໃໝ່​ນັ້ນ ກໍ​ຈະ​ສ້າງ​ໂອກາດ​ແລະ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ​ລາວ​ໃນ​ຫຼາຍ​ດ້ານ​ຄື:ດ້ານການ​ຄ້າ, ດ້ານຄົມມະນາຄົມ, ດ້ານການທ່ອງທ່ຽວ​ແລະດ້ານ​ວັດທະນະທຳ​ເປັນຕົ້ນ​ເຊັ່ນ​ກັນ, ​ແນ່ນອນ​ວ່າລາວ​ກໍ​ຍອມ​ເຂົ້າຮ່ວມ​ຂະ​ບວນດັ່ງກ່າວ​ນີ້​ຢ່າງ​ຕັ້ງໜ້າ​ເຊັ່ນ​ດຽວ​ກັນ.ຫຼັງ​ຈາກ​ສຳ​ເລັດ​ການສຳພາດ​ແລ້ວ, ທ່ານພົງ​ສະຫວັດ ບຸບຜາ ພ້ອມ​ກັບ​ສະມາຊິກ​ອື່ນໆ​ຂອງ​ຄະນະ​ຜູ້​ແທນ​ລາວ​ໄດ້ຮ່ວມ​ກັນ​ເດີນທາງ​ໄປ​ຢ້ຽມຢາມ​ເມືອງ​ໄປ​ເຊີ້​ຂອງ​ເຂດ​ກວາງຊີ​ຢ່າງ​ໄມຕີ​ຈິດ​ມິດຕະພາບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ