ເຊັນ "​ບົດ​ບັນທຶກຄວາມ​ເຂົ້າ​ໃຈການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ແລວ​ເສດຖະກິດ​ບຣູ​ໄນ-ກວາງຊີ"
2014-09-18 10:48:21  cri 

ຕອນ​ເຊົ້າຂອງ​ວັນ​ທີ 17 ກັນຍາ​ນີ້, ​ໃນ​ພິທີ​ເຊັນ​ສັນຍາ​ທີ່​ຈັດ​ຂຶ້ນ​ເປັນ​ພິ​ເສດ​ໃນ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງທີ 11 ​ໄດ້​ມີ​ການ​ເຊັນ "​ບົດ​ບັນທຶກຄວາມ​ເຂົ້າ​ໃຈການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ແລວ​ເສດຖະກິດ​ບຣູ​ໄນ-ກວາງຊີ".

​ແລວ​ເສດຖະກິດ​ບຣູ​ໄນ-ກວາງຊີ​ມີ​ຈຸດປະສົງ​ເພື່ອ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ບຣູ​ໄນ​ດ້ານ​ການ​ຢືນຢັນ​ຜະລິດ​ຕະພັນ​ມຸສລິ​ມ, ມີ​ທຶນຈຳນວນ ຫຼວງຫຼາຍ ​ແລະ ຕິດ​ຕໍ່​ກັບ​ຕະຫຼາດມຸ​ສລິ​ມອັນ​ໄພສານ, ພ້ອມ​ທັງ​ທ່າ​ແຮງ​ຂອງ​ເຂດ​ກວາງຊີ​ຈີນ​ດ້ານ​ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ອຸດົມສົມບູນ ແລະ​ແຮງ​ງານ​ຄົນ​ທີ່​ມີຈຳນວນຫຼວງຫຼາຍ, ມີ​ເຕັກນິກ​ທັນ​ສະ​ໄໝ​ດ້ານ​ການຄົ້ນຄວ້າ​ຜະລິດ ​ແລະສີມື​ເກັ່ງ, ສອງ​ຝ່າຍຈະ​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງຮອບດ້ານ​ໃນ​ຂົງ​ເຂດ​ຕ່າງໆ, ​ເຊັ່ນ: ກະສິກຳ, ອຸດສາຫະກຳ, ການ​ຈໍລະ​ຈອນ​ສິນຄ້າ, ການ​ປຸງ​ແຕ່ງອາຫານ​ມຸສລິ​ມ, ການ​ປິ່ນປົວ​ແລະ​ຮັກສາ​ສຸຂະພາບ, ການ​ຜະລິດ​ຢາ, ຢາຊີວະ​ພາບ ​ແລະ ການທ່ອງ​ທ່ຽວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ