ອັດເວ​ທີ​ປຶ​ກສາ​ຫາລື​ຜູ້​ພິພາກສາ​ໃຫຍ່​ຈີນ​-ອາ​ຊຽນ
2014-09-18 17:08:38  cri 
ເວທີ​ປຶກສາ​ຫາລື​ຜູ້​ພິພາກສາ​ໃຫຍ່​ຈີນ-ອາ​ຊຽນທີ່​ໄດ້​ດຳ​ເນີນ​ເປັນ​ເວລາ 2 ວັນ​ໄດ້​ສຳ​ເລັດ​ວາລະ​ປະຊຸມ​ຕ່າງໆ​ພາຍຫຼັງ​ໄດ້​ຮ່ວມ​ກັນ​ຜ່ານ "ຖະ​ແຫຼ​ງການ​ນານ​ນິງ"ລະຫວ່າງ​ຜູ້​ເຂົ້າ​ຮ່ວມ​ປະຊຸມ, ​ແລະ​ໄດ້​ອັດ​ລົງ​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ຂອງ​ຈີນ. ທ່ານ​ໂຈ່​ວສຽງ, ຫົວໜ້າຜູ້​ພິພາກສາ​ໃຫຍ່, ປະທານ​ສານ​ປະຊາຊົນ​ສູງ​ສຸດ​ຂອງ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິທີ​ອັດ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ກັນຍາ​ນີ້ແລະ​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ. ທ່ານ​ໂຈ່​ວສຽງ​ກ່າວ​ວ່າ, ການຈັດ​ເວທີ​ປຶກສາ​ຫາລື​ຢ່າງ​ສຳ​ເລັດ​ຜົນ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງລະຫວ່າງ​ຈີນກັບ​ບັນດາ​ປະ​ເທດ​ອາ​ຊຽນ​ໃນ​ຂົງ​ເຂດ​ຕຸລາການ​ໄດ້​ເຂົ້າ​ສູ່​ໄລຍະ​ໃໝ່​ໃນປະ​ຫວັດ​ສາດ.

ຖະ​ແຫຼ​ງການ​ນານ​ນິງກ່າວ​ເນັ້ນ​ວ່າ, ສານ​ສູງ​ສຸດ​ຂອງ​ຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນມີ​ຄວາມ​ຈຳ​ເປັນ​ໃນ​ການ​ຜ່ານ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ດ້ານ​ຕຸລາການ, ຊຸກຍູ້​ການພັດທະນາ​ແລະ​ການປັບປຸງ​ລະບອບຕຸລາ​ການຂອງ​ປະ​ເທດ​ຕົນ​ໃຫ້​ອຸ​ດົມ​ສົມບູນ​ຂຶ້ນ, ສະໜອງ​ການຄ້ຳປະກັນ​ທາງ​ກົດໝາຍ​ໃຫ້​ແກ່​ການ​ສ້າງ​​​ໂຄງ​ປະກອບລົງທຶນ​ທີ່​ມີ​ຄວາມ​ເສລີ, ຄວາມ​ສະດວກ​ສະບາຍ, ຄວາມ​ໂປ່​ງ​​​ໃສ​ແລະ​ມີ​ການ​ແຂ່ງຂັນ​, ສຸມ​ໃສ່​ການ​ສ້າງ​ສະພາບ​ແວດ​ລ້ອມດ້ານ​ລະບຽບ​ກົດໝາຍ​ທີ່​ມີ​ຄວາມ​ເສລີ, ຄວາມ​ສະ​ເໝີ​ພາບ, ຄວາມ​ຍຸດຕິ​ທຳ​ແລະ​ມີ​ຄວາມ​ຊອບ​ທຳ​ໃຫ້​ແກ່​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ.

ຫົວໜ້າຜູ້​ພິພາກສາ​ໃຫຍ່​ຂອງ​ສານ​ສູງ​ສຸດ​ບຼູ​ໄນ, ທ່ານ​ຄຳ​ພັນ ສິດທິ​ດຳ​ພາ, ປະທານ​ສານປະຊາຊົນ​ສູງ​ສຸດ​ລາວ​, ຫົວໜ້າຜູ້​ພິພາກສາ​ໃຫຍ່​ຂອງ​ສານ​ສູງ​ສຸດ​ສິງກະ​ໂປ​ແລະ​ທ່ານ​ອື່ນໆ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ອັດ​ເວທີ​ປຶກສາ​ຫາລື​ຄັ້ງ​ນີ້​ດ້ວຍ.

ພວກທ່ານ​ກ່າວ​ເນັ້ນ​ວ່າ, ຜ່ານ​ການ​ປຶກສາ​ຫາລື​ແລ້ວ​​, ເວທີ​ປຶກສາ​ຫາລື​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ໃນ​ການ​ຮ່ວມ​ມື​ດ້ານ​ຕຸລາການ, ການ​ປະຕິ​ຮູບ​ດ້ານ​ຕຸລາການ, ການ​ຄ້າ​ຂ້າມ​ຊາດ, ການ​ຄຸ້ມ​ຄອງ​ດ້ານ​ຕຸລາການ​ແລະ​ດ້ານ​ອື່ນໆ. ​ພວກທ່ານຍັງ​ໄດ້​ສະ​ເໜີ​ໃຫ້​ສ້າງ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ປະສິດ​ຜົນ​ໃນ​ໄລຍະ​ຍາວນານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ