ງານ​ວາງສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 11 ​ແລະ​ງານ​ສົ່ງ​ເສີມ​ການ​ລົງທຶນ​ມາ​ເລ​ເຊຍ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງຈີນ
2014-09-18 16:17:37  cri 

ວັນ​ທີ 17 ກັນຍາ​ນີ້, ງານ​ວາງສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 11 ​ແລະ​ງານ​ສົ່ງ​ເສີມ​ການ​ລົງທຶນ​ມາ​ເລ​ເຊຍ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງຈີນ. ມາ​ເລ​ເ​ຊຍຫວັງ​ວ່າ ​ຈີນ​ຈະ​ເພີ່ມ​ທະວີ​ການ​ລົງທຶນ​ຕໍ່​ເຂດ​ເສດຖະກິດ​ແລະ​ຂະ​​ແໜງ​ການ​ທີ່​ສໍາຄັນ​ຂອງ​ມາ​ເລ​ເຊຍ.

ທ່ານ​ອາມາດ ​ເກຣູດິນ, ຫົວໜ້າກົມ​ພັດທະນາ​ການ​ລົງທຶນ​ມາ​ເລ​ເຊຍ​ກ່າວ​ວ່າ, ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ​ກໍາລັງ​ລົງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ຫວັງ​ວ່າ​​ ຜ່ານ​ງານ​ວາງສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ, ຈະ​ມີ​ວິ​ສາ​ຫະກິດ​ຈີນ​ໄປ​ລົງທຶນ​ຢູ່​ມາ​ເລ​ເຊຍ​​ໃຫ້ຫຼາຍ​ກວ່າ​ເກົ່າ. ​ ຝ່າຍ​ມາ​ເລ​ເຊ​ຍຈະ​ສະໜອງ​ພື້ນຖານ​ໂຄງ​ລ່າງ​ທີ່​ຄົບ​ຖ້ວນ, ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ຄ້າ​ທີ່​ເປີດ​ປະ​ຕູ​ສູ່​ພາຍ​ນອກ, ການ​ຫຼຸດ​ຜ່ອນ​ ແລະ​ການ​ຍົກ​ເວັ້ນພາສີ ​ແລະ​ນະ​ໂຍບາຍ​ບູລິ​ມະ​ສິ​ດອື່ນ​ໆ​ແກ່​ວິ​ສາ​ຫະກິດ​ຈີນ​ທີ່​ໄປລົງທຶນ​ຢູ່​ມາ​ເລ​ເຊຍ ​ເພື່ອ​ດຶງດູດ​ເຕັກ​ນິກ​ແລະການ​ລົງທຶນ​ຈາກ​ຈີນ​ໃຫ້​ຫຼາຍ​ຍິ່ງ​ຂຶ້ນ ບົນ​ພື້ນຖານ​ການ​ຮ່ວມ​ມື​ທີ່​ໄດ້​ມີ​ມາ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ