ສິນຄ້າ​ຂອງ​ໄທ​ໄດ້​ຮັບ​ຄວາມ​ນິຍົ​ມຫຼາຍ​​ໃນ​ງານ​ວາງສະ​ແດງ​ສິນຄ້າຈີນ-ອາ​ຊຽນຄັ້ງ​ທີ 11
2014-09-18 17:03:24  cri 

​ໃນ​ໄລຍະ​ຈັດ​ງານ​ວາງສະ​ແດງສິນຄ້າຈີນ-ອາ​ຊຽນຄັ້ງ​ທີ 11 ຢູ່​ນະຄອນ​ນານ​ນິງຈີນ, ​ເຂົ້າ, ນໍ້າມັນ​​ເຫຼືອງ​ກາກະບາດ​ຄໍາ , ອາຫານ ​ແລະສິນຄ້າ​ອື່ນໆຂອງ​ໄທ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ລູກ​ຄ້າ. ​ແກ້​ວ​ແດງ, ​ເຄື່ອງ​ຢົກ, ​ເຄື່ອງ​ປະດັບ​ເອ້ຄໍາ​, ​ເຄື່ອງເງິນ ​ແລະ ​ເຄື່ອງ​ປະດັບ​ເອ້​ເພັດ​ນິນ​ຈິນດາ​ຕ່າງໆ​ທີ່​ມີ​ການ​ອອກ​ແບບ​​ພິ​ເສດ ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ລູກ​ຄ້າ​ຍິງ; ທັງ​ນີ້​ກໍຍ້ອນ​ມີ​ລາຄາ​ເໝາະ​ສົມ.

ສິນຄ້າຂອງ​ໄທ​ທີ່​ເຂົ້າ​ຮ່ວມ​ງານວາງສະ​ແດງ​ຄັ້ງ​ນີ້​ຍັງ​ມີເຄື່ອງ​​ໃຊ້​​ໃນ​ເຮືອນ​ທີ່​ເຮັດ​ດ້ວຍ​ໄມ້, ​ເຄື່ອງ​ລະນຶກ​ທີ່​ເຮັດ​ດ້ວຍ​​ເສັ້ນ​ໄໝ​ໄທ, ກະ​ເປົາ​ໜັງ​ແຂ້, ຊຸດນຸ່ງ​ຢູ່​ໃນ​ເຮືອນ​ທີ່​ເຮັດ​ດ້ວຍ​ຜ້າ​ເນື້ອ​ຫຍາ​ບ, ເຄື່ອງ​ປະດັບ​ເອ້​ເພັດ​ນິນ​ຈິນດາ, ສະບູ​ຫອມ ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ