ງານວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 12 ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ກັນ​ຍາ​ປີ​ໜ້າ
2014-09-19 16:08:46  cri 
ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງງານວາງສະແດງສິນຄ້າຈີນ-ອາຊຽນໄດ້ຈັດຂຶ້ນໃນ ວັນທີ 18 ກັນ​ຍາ​ນີ້​ທີ່​ນະ​ຄອນ​ນານ​ນິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງ​ຊີ​ຈີນ. ກອງ​ປະ​ຊຸມ​ໄດ້​ກຳ​ນົດ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 12 ​ແມ່ນ​ລະ​ຫວ່າງ​ວັນ​ທີ 18 ຫາວັນທີ 21 ກັນຍາ 2015 ,ໂດຍ​ແມ່ນໄທເປັນປະເທດກິດຕິມະສັກ.

ງານວາງສະແດງຄັ້ງທີ 12 ຈະສືບຕໍ່ຈັດໃຫ້ມີ 5 ຫົວຂໍ້ໃຫຍ່ ຄື ການຄ້າສິນຄ້າ, ການຮ່ວມມື​ດ້ານການ​ລົງ​ທຶນ, ການ​ຄ້າ​ການ​ບໍ​ລິການ, ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ​ທັນ​ສະ​ໄໝ, "ເມືອງ​ແຫ່ງ​ສະ​ເໜ່". ພ້ອມ​ດຽວ​ກັນ​ນັ້ນ​ຍັງ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ກົນ​ໄກ​ປະ​ເທດ​ແຂກ​ຮັບ​ເຊີນ​ພິ​ເສດ ໂດຍ​ຈະ​ຈັດ​ກິດ​ຈະ​ກຳ​ແລກ​ປ່ຽນ​ໃຫ້​ຫຼາຍ​ຍິ່ງ​ຂຶ້ນ​ເພື່ອ​ຮັບ​ໃຊ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບ​ດ້ານໃ​ນພາກພື້ນຫຼື RCEP.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ