ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 11 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ວ່າ​ດ້ວຍ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນຄັ້ງ​ທີ 11 ອັດ​ລົງ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ
2014-09-19 18:32:01  cri 
ຕາມ​ຂ່າວ CRI, ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 11 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ວ່າ​ດ້ວຍ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນຄັ້ງ​ທີ 11 ​ໂດຍ​ມີ​ຈີນ​ແລະ 10 ປະ​ເທດ​ສະມາຊິກ​ອາ​ຊຽນ​ຮ່ວມ​ກັນເປັນ​ເຈົ້າພາບ​ໄດ້​ອັດ​ລົງດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ​ໃນ​ຕອນ​ເຊົ້າ​ວັນ​ທີ 19 ກັນຍາ​ນີ້​ທີ່​ນະຄອນ​ນານ​ນິງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າຈ້ວງ​ກວາງ​ຊີ​ຈີນ. ງານ​ວາງສະ​ແດງທີ່​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ 4 ວັນ​ໃນ​ຄັ້ງນີ້​ໄດ້​ມີ​ນັກ​ທຸ​ລະ​ກິດ​ແລະ​ແຂກ​ຄົນ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ບັນລຸ​ເຖິງ 57.000 ຄົນ, ຄະນະ​ນັກທຸລະກິດຈັດ​ຊື້​ສິນຄ້າມີ​ຫຼາຍ​ກວ່າ 80 ຄະນະ, ​ເຊິ່ງ​ເພີ່ມ​ຂຶ້ນ 14 %​ເມື່ອ​ທຽບ​ໃສ່​ງານ​ວາງສະ​ແດງຄັ້ງ​ຜ່ານ​ມາ.

ທ່ານ​ເຈີ້​ງຈຸ່ນ​ຈ້ຽນ ​ເລຂາທິການ​ກອງ​ເລຂາ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນກ່າວ​ວ່າ, ​ໃນ​​ງານ​ວາງສະ​ແດງ​ຄັ້ງນີ້​ມີ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ງານ​ລວມ​ທັງ​ໝົດ 2330 ​ແຫ່ງ, ຮ້ານ​ວາງສະ​ແດງ​ລວມ​ທັງໝົດ 4600 ຮ້ານ, ​ໃນ​ນີ້, ວິ​ສາ​ຫະກິດ​ອາ​ຊຽນ​ແລະ​ວິ​ສາ​ຫະກິດ​​ນອກ​ເຂດ​ແຄວ້ນ​ມີ 1259 ຮ້ານ. ນອກ​ນີ້, ງານ​ວາງສະ​ແດງ​ຄັ້ງ​ນີ້​ຍິ່ງ​ເນັ້ນ​ໃສ່​ການ​ຄ້າ​ແລະ​ການ​ລົງ​ທຶນ​ພ້ອມ​ດ້ວຍ​ຂົງ​ເຂດ​ທີ່​ກ່ຽວຂ້ອງ​ເພື່ອ​ເຮັດ​ໃຫ້​ບົດ​ບາດ​ພື້ນ​ຖານ​ຂອງ​ງານ​ວາງສະ​ແດງ​ໃນ​ດ້ານ​ການ​ຊື້​ຂາຍ​ສິນ​ຄ້າ​ແລະ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ຂະ​ຫຍາ​ຍ​ໄປ​ເຖິງ​ຂົງ​ເຂດ​ທີ່​ກ່ຽວຂ້ອງ​ໃຫ້​ຫຼາຍ​ກວ່າ​ເກົ່າຕື່ມ​ອີກ, ​ເປີດ​ກວ້າງ​ບົດ​ບາດ​ໃນ​ດ້ານ​ການ​ບໍລິການ​ສັງ​ລວມຂອງ​ງານ​ວາງສະ​ແດງ, ​ສົ່ງ​ເສີມ​​ໂຄງການອຸດສາ​ຫະກຳ​ໃຫ້​ໄດ້​ຮັບ​ການ​ປະຕິບັດ​ຕົວ​ຈິງ.

ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ໄດ້​ມີ​ຂໍ້​ຕົກລົງ​ວ່າ, ງານ​ວາງສະ​ແດ​ງສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 12 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​​ແຕ່​ວັນ​ທີ 18 ຫາ​ວັນ​ທີ 21 ກັນຍາ​ປີ 2015, ​ແລະ​ກຳນົດ​ເອົາ​ໄທ​ເປັນ​ປະ​ເທດ​ກິດ​ຕິ​ມະ​ສັກ​ຂອງ​ງານ​ວາງສະ​ແດງ​ຄັ້ງ​ທີ 12 .
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ