ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 12 ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ກັນຍາ​ຂອງ​ປີ 2015 ​ແລະ​ໄທ​ເປັນປະ​ເທດກິ​ຕິ​ມະ​ສັກ
2014-09-19 11:26:18  cri 
ກອງ​ປະຊຸມ​ເຈົ້າ​ໜ້າອາວຸ​ໂສຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຂອງ​ຈີນ​ໃນ​ວັນ​ທີ 18 ກັນຍາຜ່ານ​ມາ​ນີ້. ກອງ​ປະຊຸມ​ໄດ້ຂໍ້​ຕົກລົງເບື້ອງ​ຕົ້ນ​ວ່າ​ງານ​ວາງສະ​ແດງສິນຄ້າຈີນ-ອາ​ຊຽນຄັ້ງ​ທີ 12 ​ຈະ​ຈັດ​ຂຶ້ນ​ໃນວັນ​ທີ 18 ຫາ​ວັນ​ທີ 21 ກັນຍາ​ຂອງ​ປີ 2015, ​ແລະ​ໄທ​ເປັນ​ປະ​ເທດ​ກິ​ຕິ​ມະ​ສັກ.

ທ່ານ​​ເຈີ້​ງຈຸ່ນ​ຈ້ຽນ, ​ເລຂາທິການ​ໃຫຍ່ກອງ​ເລຂາ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ໄດ້​ປະກາດ​ແຈ້ງ​ການ​ໂດຍ​ກ່າວ​ວ່າ, ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາຊຽນຄັ້ງ​ທີ 11​ ​ໄດ້​ຖື​ການ​ຮ່ວມ​ກັນ​ສ້າງ​ເສັ້ນທາ​ງສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21​ ​ເປັນ​ຫົວ​ຂໍ້​ຕົ້ນຕໍທີ່​ພົ້ນ​ເດັ່ນ, ​ເປີດ​ກວ້າງ​ຂົງ​ເຂດ​ແລະ​ພາກ​ພື້ນ​ຂອງ​ການ​ຮ່ວມ​ມື, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​​ໄດ້ມີ​ປະສິດທິ​ຜົນ​ຕົວ​ຈິງສູງ​ຂຶ້ນຢ່າງ​ຈະ​ແຈ້ງ, ອັນ​ໄດ້ສ້າງ​ພື້ນຖານ​ທີ່​ດີ​ໃຫ້​ແກ່​ການ​ຍົກ​ລະດັບ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ. ​ໃນ​ໄລຍະ​ຈັດ​ງານ​ວາງສະ​ແດງ, ຍັງ​​ໄດ້ຈັດ​​ໃຫ້​ມີກິດຈະກຳ​ແລ​ກປ່ຽນ​ຕ່າງໆທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ຂັ້ນ​ສູງ​, ສິງກະ​ໂປ​ເຊິ່ງເປັນປະ​ເທດ​ກິ​ຕິ​ມະ​ສັກ​ກໍ່​ໄດ້​ຈັດ​ກິດຈະກຳ​ທີ່​ອຸດົມສົມບູນ. ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ນີ້​ໄດ້​ໃຫ້​ບໍລິການ​ແບບ​ປະດິດ​ສ້າງ​ໃໝ່, ຍົກ​ລະດັບ​ຂອງ​ການ​ຈັດ​ງານ, ​ໄດ້​ຮັບ​ປະສິດທິ​ຜົນ​ໃໝ່, ພ້ອມ​ທັງໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ຜູ້ນຳ​ຂອງ​ປະ​ເທດ​ຕ່າງໆ​ແລະ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຢ່າງ​ກວ້າງ​ຂວາງ​ຈາກ​ວົງ​ການ​ການ​ຄ້າ​ຂອງ​ສອງ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ