ເຈົ້າ​ໜ້າ​ທີ່​ແລະ​ນັກທຸລະກິດ​ຂອງ​ປະ​ເທດ​ອາ​ຊຽນມີ​ຄວາມ​ປາຖະໜາ​ອັນ​ແຮງ​ກ້າຕໍ່​ການ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ
2014-09-19 16:23:47  cri 
ຕາມ​ຂ່າວCRI​: ງານ​ວາງສະ​ແດງ​ສິນຄ້າ​ຈີນ​-ອາ​ຊຽນທີ່​ຖື​​ເອົາການ​ຮ່ວມ​ກັນ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21 ​ເປັນ​ຫົວ​ຂໍ້​ຕົ້ນຕໍ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດກວາງຊີ​ຂອງ​ຈີນ​ແຕ່​ວັນ​ທີ 16 ຫາ​ວັນ​ທີ 19 ກັນຍາ​ນີ້. ການ​ຄ້າ​ແລະກາ​ນລົງທຶນ​ຫັນ​ເປັນ​ແບບ​ສະດວກ​ງ່າຍດາຍ​ແມ່ນ​ຂົງ​ເຂດ​ທີ່​ເປັນ​ບຸລິມະສິດ​ໃນ​ການ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21. ການ​ຍົກ​ຄຸນ​ນະພາ​ບ​ແລະ​ລະດັບ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນສາມາດ​ຊຸກຍູ້​ການ​ໄປມາຫາສູ່​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ. ​ເຈົ້າ​ໜ້າ​ທີ່​ແລະ​ນັກທຸລະກິດ​ຂອງ​ປະ​ເທດ​ອາ​ຊຽນທີ່​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ໃນ​ຄັ້ງ​ນີ້​ມີ​ຄວາມ​ປາຖະໜາ​ອັນ​ແຮງ​ກ້າຕໍ່​ການ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ. ​ໃນ​ພິທີ​ເຊັນ​ສັນຍາ​​ໃນ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ຄັ້ງ​ນີ້​ໄດ້​ມີ​ການ​ເຊັນ​ສັນຍາ​ໂຄງການ​ຮ່ວມ​ມື​ເສດຖະກິດ​ສາກົນ 72 ​ໂຄງການ, ​ໃນ​ນັ້ນ, ​ໂຄງການ​ຮ່ວມ​ມື​ທີ່​ໄດ້​ເຊັນ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ມີ​ເຖິງ 22 ​ໂຄງການ.

ນາງ​ສຸ​ກັນຍາ​ ທຳ​ວົງ​ສາ, ນັກທຸລະກິດ​ຂອງ​ລາວ​ຜູ້​ໜຶ່ງ​ບອກ​ໃຫ້​ນັກ​ຂ່າວ​ຮູ້​ວ່າ, ​ພາຍຫຼັງ​ການ​ຍົກ​ລະດັບເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ແລ້ວ​ຫວັງ​ວ່າ​ຈະສາມາດ​ເຮັດ​​ໃຫ້​ນັກ​ທຸລະ​ກິດ​ຂອງ​ລາວ​ເຂົ້າ​ສູ່​ຕະຫຼາດ​ຂອງ​ຈີນຫຼາຍ​ກວ່າ​ເກົ່າ​, ປະ​ເພດ​ສິນຄ້າ​ທີ່​ລາວ​ນຳ​ມາ​ເຂົ້າ​ຮ່ວມ​ການວາງສະ​ແດງ​ຈະ​ອຸດົມສົມບູນ​ກວ່າ​ເກົ່າ. ນາງ​ກ່າວອີກ​ວ່າ:
"ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ, ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນລ້ວນ​ແຕ່​ໄດ້​ເຮັດ​ໃຫ້​ໂລກ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈຕໍ່​ກັບລາວ, ​ເຮັດ​ໃຫ້​ທົ່ວ​ໂລກ​ຮູ້ວ່າ​ຢູ່​ລາວ​ມີ​ຊັບພະຍາກອນ​ທີ່​ອຸດົມສົມບູນ. ​ໃນ​ມື້​ທີ່​ຈັດ​ງານ​ວາງສະ​ແດງ, ມີ​ນັກທຸລະກິດ​ຫຼາຍ​ຄົນ​ໄດ້​​ແລກປ່ຽນ​ກັບ​ພວກ​ເຮົາ​ເພື່ອ​ຈັດ​ຊື້​ແລະ​ຈອງ​ຊື້​ສິນຄ້າ,​ເຊິ່ງກະ​​ເປົາ​ທີ່​ເປັນ​ເຄື່ອງ​ຫັດຖະກຳ​​ພື້ນ​ເມືອງຂອງ​ລາວ​ເຫຼົ່າ​ນີ້​ກໍ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຫຼາຍ​ຈາກ​ຄົນ​ທັງຫຼາຍ, ຫວັງ​ວ່າ​ພາຍຫຼັງ​ການ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​​ແລ້ວ​ສິນຄ້າ​ຂອງ​ພວກ​​ເຮົາ​ສາມາດ​ຂາຍ​ໄດ້​ດີກ​ວ່າ​ເກົ່າ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ