ໃນ 10 ປີຜ່ານມາ​ແມ່ນ​ທົດ​ສະ​ວັດ​​ທີ່​ມີ​ການ​ພັດທະນາ​ໄວ​ທີ່​ສຸດ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນ​
2014-09-25 18:08:50  cri 
ວັນ​ທີ 25 ກັນຍາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ໂລ​ລີ​ມິ​ງ, ຮອງ​ປະທານ​ຄະນະ​ກຳມະການ​ວຽກ​ງານ​ຊົນ​ເຜົ່າ​ແຫ່​ງຊາດ​ຈີນ​ກ່າວ​ວ່າ, ​ໃນ 10 ປີຜ່ານມາ​ແມ່ນ​ທົດ​ສະ​ວັດ​ທີ່​ມີການ​ພັດທະນາ​​ໄວ​ທີ່​ສຸດຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນ​ແລະ​ກໍ່​ແມ່ນ​ທົດ​ສະ​ວັດ​ທີ່​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ທີ່​ສຸດ.

​ໃນ​ກອງ​ປະຊຸມ​ຂ່າວ​ຂອງ​ຫ້ອງ​ການ​ຖະ​ແຫຼ​ງຂ່າວຄະນະ​ລັດຖະບານ​ຈີນທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ໂລ​ລີ​ມິ​ງຊີ້​ອອກ​ວ່າ, ​​​ເລີ່​ມແຕ່​ແຜນການ 5 ປີ​ຄັ້ງ​ທີ 11 ​ເປັນ​ຕົ້ນ​ມາ, ສູນ​ກາ​ງຈີນ​ໄດ້​ຈັດ​ວາງ​ທຶນ​ເງິນ​ປະ​ເພດ​ຕ່າງໆ​ຂອງ 8 ​ແຂວງ​ແລະ​ເຂດຊົນ​ເຜົ່າ​ຄື: ​ເຂດປົກຄອງ​ຕົນ​ເອງມົງ​ໂກ​ໃນ, ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຫຸຍ​ນິງ​ເຊ້ຍ, ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ອຸຍ​ເກີ​ຊິ່ນ​ຈ່ຽງ, ​ເຂດ​ປົກຄອງ​ຕົນ​ເອງຕິ​ເບ​ດ, ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ, ​ແຂວງ​ກຸ້ຍ​ໂຈ່​ວ, ​ແຂວງ​ຢຸນນານ​ແລະ​ແຂວງ​ຊິ່ງ​ໄຫຂອງ​ຈີນ​ໄລ່​ລວມ​ແລ້​ວ​ເປັນ 5.300 ຕື້ຢວນ, ​ໄດ້​ຊຸກຍູ້​ເສດຖະກິດ-ສັງຄົມຂອງ​ເຂດ​ຊົນ​ເຜົ່າ​ໃຫ້​ພັດທະນາ​ຢ່າງ​ຕໍ່​ເນື່ອງ, ວ່ອງ​ໄວ​ແລະ​ປອດ​ໃສຢ່າງ​ແຂງ​ແຮງ. ຜ່ານ​ການ​ສະໜັບສະໜູນມາ​ເປັນ​ເວລາ​ຫຼາຍ​ປີ, ລາ​ຍຮັບ​ສະ​ເລ່ຍຕໍ່ຫົວ​ຄົນ​ຂອງ​ຊົນ​ເຜົ່າ​ທີ່​ມີ​ປະຊາກອນ​ໜ້ອຍ​ບາງ​ຊົນ​ເຜົ່າ​ໄດ້​ຫຼາຍ​ກວ່າ​ຫຼື​ໃກ້​ຈະ​ຂຶ້ນ​ຮອດ​ລະດັບ​ສະ​ເລ່ຍຂອງ​ທົ່ວ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ