ກິດຈະກຳ "ຂ້ອຍ​ຖ່າຍຮູບ​ນຳ​ທຸງຊາດ" ​ເພື່ອ​ສະຫຼອງວັນຊາດ​ຈີນ
2014-09-25 16:23:47  cri 
    ເນື່ອງ​ໃນ​ໂອກາດ​ວັນຊາດ​ຂອງ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ຄົບຮອບ 65 ປີ​ໃກ້​ຈະ​ວຽນມາ​ເຖິງ, ນາງ​ເລີຍ​ຊີ່​ຢິງ ນັກ​ສຶກສາ​ທີ່​ກຳລັງ​ຮຽນ​ປະລິນຍາ​ເອກ​ຢູ່​ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ​ອົສຕຣາລີ ​ໄດ້​ລິ​ເລີ່​ມ​ໃຫ້​ຈັດ​ກິດຈະກຳ​ທີ່​ມີ​ຊື່ວ່າ "ຂ້ອຍ​ຖ່າຍຮູບ​ນຳ​ທຸງຊາດ" ຢູ່​ມີ​ໂກຣບຣອກຂອງ​ເວັບ​ໄຊ​ຊິນ​ນາ(weibo.com), ​ໂດຍ​ລິ​​ເລີ່​ມ​ໃຫ້​ທຸກ​ຄົນ​ທີ່​ເຂົ້າຮ່ວມ​ຖ່າຍຮູບ​ນຳ​ທຸງ​ແດງ 5 ດາວ​ ​ເຊິ່ງ​ເປັນ​ທຸງຊາດ​ຂອງ​ຈີນ ​ແລະ ຂຽນ ​ຄຳ​ອວຍພອນ​ຕໍ່​ປະ​ເທດ​ຊາດ​ໄວ້. ຂໍ້​ລິ​ເລີ່​ມນີ້​ໄດ້​ຮັບ​ການ​ຕອບ​ຮັບ​ຢ່າງ​ຟົດ​ຟື້ນ​ຈາກ​ຊາວ​ເນັດທັງຫຼາຍ.

    ມາຮອດວັນທີ 23 ກັນຍານີ້, ກະທູ້ "ຂ້ອຍຖ່າຍຮູບນຳທຸງຊາດ" ຢູ່ມີໂກຣບຣອກ ໄດ້ມີຜູ້ອ່ານຫຼາຍກວ່າ 60 ລ້ານຄົນແລ້ວ, ແລະຍັງມີ​ຜູ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ 6 ໝື່ນ​ກວ່າຄຳ​ເຫັນ. ຊາວ​ເນັດ​ຈີນ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ໃນ​ທົ່ວ​ໂລກ​ ​ໄດ້​ສົ່ງ​ຮູບ​ທີ່​ຕົນ​ເອງ​ຖ່າຍ​ນຳ​ທຸງຊາດ, ​ແລະ​ໄດ້​ກ່າວຄວາມ​ຮັກ​ປະ​ເທດ​ຊາດ​ດ້ວຍ​ສຽງທີ່​ດັງ​ອອກ​ມາ.
ນາງ​ເລີຍ​ຊີ່​ຢິງກ່າວ​ວ່າ, ​ເມື່ອກິດຈະກຳ​ນີ້​ໄດ້​ຮັບ​ການ​ຕອບ​ຮັບ​ຄື​ແນວ​ນີ້ ​ເຊິ່ງ​ເຮັດ​ໃຫ້​ນາງ​ມີ​ກຳລັງ​ໃຈຫຼາຍ. ທັງ​ນີ້​ກໍ​ສ່ອງ​ແສງ​ໃຫ້​ເຫັນ​ວ່າ, ປາກົດການ​ຫຍໍ້​ທໍ້​ຢູ່​ເທິງ​ອິນ​ເຕີ​ເນັດ​ນັ້ນ ບໍ່​ສາມາດ​ເປັນ​ຕົວ​ແທນ​ໃຫ້​ແກ່​ຄວາມ​ຄິດ​ຄວາມ​ເຫັນ​​ເນື້ອ​ແທ້​ຂອງ​ປະຊາຊົນ​ໄດ້. ຄົນ​ທີ່​ຮັກ​ແພງ​ປະ​ເທດ​ຊາດ​ນັ້ນຈຶ່ງ​ແມ່ນກະ​ແສ​ຕົ້ນຕໍຂອງ​ສັງຄົມ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ