ສະຖານທູ​ດຈີນປະຈຳ​ລາວ​ຈັດ​ກອງ​ປະຊຸມ​ຂ່າວ​ກ່ຽວ​ກັບ​ວັນຊາດ​ຈີນ 2014
2014-09-25 16:29:04  cri 
    ວັນ​ທີ 25 ກັນຍາ​ນີ້ ທ່ານ​ກ່ວນຮວາ​ປິ່ງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ ​ໄດ້​ຈັດ​ກອງ​ປ​ະຊຸ​ມຂ່າວກ່ຽວ​ກັບ​ວັນຊາດ​ຈີນ 2014 ຢູ່​ສະຖານທູດ​ຈີນ​ປະຈຳ​ລາວ. ຂ່າວສານ​ປະ​ເທດ​ລາວ, ໜັງສືພິມ​ປະຊາຊົນ ​ແລະ​ສື່​ມ​ວນຊົນ​ຕົ້ນຕໍ​ອື່ນໆ​ຂອງ​ລາວ ພ້ອມ​ດ້ວຍ​ສື່​ມວນ​ຊົນ​ຂອງ​ຈີນ​ປະຈຳ​ລາວ ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ຂ່າວ​ດັ່ງກ່າວ.

    ໃນ​ກອງ​ປະຊຸມ​ຂ່າວ​ຄັ້ງນີ້, ທ່ານ​​ເອກ​ອັກຄະ​ລັດຖະທູດ​ກ່ວນຮວາ​ປິ່ງ ​ໄດ້​ແນະນຳ​ໃຫ້​ຮູ້​ສະພາບ​ການ​ພັດທະນາ​ຂອງ​ຈີນ​ໃນ​ປັດຈຸບັນ. ທ່ານ​ຍັງກ່າວຕື່ມ​ວ່າ, ການ​ພົວພັນ​ລະຫວ່າງ​ສອງ​ພັກ, ສອງ​ລັດ​ຈີນ​ກັບ​ລາວ ພວມ​ກ້າວ​ເຂົ້າສູ່​ໄລຍະ​ພັດທະນາ​ໃໝ່​ໃນ​ປະຫວັດສາດ, ການ​ທີ່​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ມີ​ເນື້ອ​ໃນ​ອຸດົມສົມບູນ​ຍິ່ງໆ​ຂຶ້ນ, ພັດທະນາ​ການ​ພົວພັນ​ຍຸດ​ທະ​ສາດ​ຮອບດ້ານ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໃນ​ລະດັບ​ສູງ, ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ໄລຍະ​ໃໝ່​ນັ້ນ ​ແມ່ນ​ຄວາມ​ປາຖະໜາ​ຮ່ວມ​ຂອງ​ປະຊາຊົນ​ສອງ​ຊາດ.

    ​ໃນ​ເວລາ​ຕອບ​ຄຳ​ຖາມທີ່​ສົນ​ໃຈ​ຂອງ​ສື່​ມວນ​ຊົນ​ລາວ​ກ່ຽວ​ກັບ​ບັນຫາ​ທາງ​ລົດ​ໄຟ​ຈີນ-​ລາວນັ້ນ ທ່ານ​​ເອກ​ອັກຄະ​ລັດຖະທູດ​ກ່ວນຮວາ​ປິ່ງ​ກ່າວ​ວ່າ, ທາງ​ລົດ​ໄຟ​ຈີນ-​ລາວ ​ແມ່ນ​ໂຄງການ​ຮ່ວມ​ມື​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ແລະມີ​ຄວາມ​ໝາຍທາງ​ປະຫວັດສາດ​ທີ່​​ໃຫຍ່ຫຼວງລະຫວ່າງ​ສອງ​ປະ​ເທດ, ​ເຊິ່ງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຈາກ​ລັດຖະບານ​ແລະ​ການ​ນຳ​ຂອງ​ສອງ​ປະ​ເທດ​ຈີນ-​ລາວ. ປັດຈຸບັນ, ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ​ຈີນ-​ລາວ ພວມ​ດຳ​ເນີນ​ວຽກ​ງານ​ກ່ຽວ​ກັບ​ບັນຫາ​ລະອຽດ, ​ແລະ​ຝ່າຍ​ຈີນ​ຫວັງ​ຢາກ​ພະຍາຍາມ​ຮ່ວມ​ກັນ​ກັບ​ຝ່າຍ​ລາວ ​ເພື່ອ​ລົງມື​ກໍ່ສ້າງ​ໂຄງການ​ດັ່ງກ່າວ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ