ສະຖານທູດ​ຈີນ​ປະຈຳ​ໄທ​ຈັດ​ງານ​ລ້ຽງ​ສະ​ເຫຼີ​ມສະຫຼອງ​ວັນຊາດ​ຈີນ​ຄົບຮອບ 65 ປີ​ຢູ່​ບາງກອກ
2014-09-30 15:42:26  cri 
ຕອນ​ຄ່ຳ​ວັນ​ທີ 29 ກັນຍາ​ນີ້, ສະຖານທູດ​ຈີນ​ປະຈຳ​ໄທ​ໄດ້​ຈັດ​ງານ​ລ້ຽງ​ຢູ່​ບາງກອກ, ​ເພື່ອ​ສະ​ເຫຼີ​ມສະຫຼອງ​ການ​ສ້າງ​ຕັ້ງ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ຄົບຮອບ 65 ປີ​ຢ່າງ​ຄຶກຄື້ນ.

ທ່ານ​ນີ້​ງຟູ້ຂຸຍ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ໄທ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​​ໄລຍະ​ຍາວ​ລະຫວ່າງ​ຈີນ​ກັບ​ໄທ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ.

ທ່ານນີ້​ງຟູ້ຂຸຍກ່າວ​ວ່າ, ລັດຖະບານ​ໄທ​ຊຸດ​ໃໝ່​ຫາ​ກໍ່ສ້າງ​ຕັ້ງ​ຂຶ້ນ, ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ການ​ຂະຫຍາຍ​ການ​ພົວພັນ​ມິດຕະພາບ​ກັບ​ໄທ, ຍິນ​ດີ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ກັບ​ວົງ​ການ​ຕ່າງໆ​ຂອງ​ໄທ, ສືບ​ຕໍ່​ຮັກສາ​ການ​ໄປ​ມາ​ຫາ​ສູ່​ກັນ​ລະດັບ​ສູງ​ລະຫວ່າງ​ສອງ​ປະ​ເທດ, ຊຸກຍູ້​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຊຸກຍູ້​ການ​ແລກປ່ຽນ​ດ້ານຊັບພະຍາກອນ, ​ເຮັດ​ໃຫ້​ເນື້ອ​ໃນຈິດ​ໃຈຂອງ​ການ​ພົວພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດກ້າວ​ໄປ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ