ປະຊາ​ຄົມ​ໂລກ​ຊົມ​ເຊີຍ​ວັນຊາດ​ຈີນ​ຄົບຮອບ 65 ປີ
2014-10-01 14:30:56  cri 

​ເນື່ອງ​​ໃນ​ໂອກາດ​ວັນ​ສ້າງ​ຕັ້ງສາທາ​ລະນະ​ລັດ​ປະຊາຊົນ​ຈີນ​ຄົບຮອບ 65 ປີ, ປະມຸກ​ລັດຫຼາຍປະ​ເທດ ​ແລະ ຜູ້​ຮັບຜິດຊອບ​ຂອງອົງການ​ຈັດ​ຕັ້ງສາກົນ​ຈຳນວນ​ຫຼາຍ​​ໄດ້ພາກັນ​ສົ່ງ​ໂທລະ​ເລກຫຼື​ສານ​ອວຍພອນມາ​ຈີນ ​ເພື່ອ​ສະ​ແດງ​ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງລັດຖະບານ​ ​ແລະ ປະຊາຊົນ​ຈີນ, ອວຍພອນ​ໃຫ້​ຈີນ​ຈົ່ງ​ຈະ​ເລີ​ນຮຸ່ງ​ເຮືອງ, ປະຊາຊົນ​ຈົ່ງ​​ຢູ່​ເຢັນ​ເປັນ​ສຸກ.

ພວກ​ທ່ານຍ້ອງຍໍ​ຈີນ ​ເຊິ່ງພາຍ​ໃຕ້​ການ​ນຳພາອັນ​ສະຫຼາດ​ສ່ອງ​​ໃສ​ຂອງ​ພັກ​ກອມ​ມູນິດ​ຈີນ ​ໄດ້​ຮັບ​ໝາກຜົນ​ການ​ພັດທະນາອັນ​ຍິ່ງ​ໃຫຍ່, ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ກະ​ເຕື້ອງ​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ຖານະ ​ແລະ ບົດບາດ​ໃນ​ສາກົນ​ກໍ່​ໄດ້​ຍົກ​ສູງ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ.

ພວກ​ທ່ານອວຍພອນ​ໃຫ້​ຈີນ​ຈົ່ງ​ໄດ້​ຮັບຜົນງານ​ໃໝ່ໃຫຍ່​ຫຼວງກວ່າ​ເກົ່າ​​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຂະ​ບວນການ​ປະ​ຫວັດ​ສາດ​ອັນ​ຍິ່ງ​ໃຫຍ່​​ແຫ່ງ​ການກໍ່ສ້າງ​ປະ​ເທດ​ຊາດ, ​ເຊື່ອ​ວ່າການ​ພັ​ດທະນາ​ຂອງ​ຈີນ​​ແມ່ນ​ໂອກາດ​ໃຫຍ່​ສຳລັບ​ທົ່ວ​ໂລກ, ຈີນ​ແມ່ນ​ກຳລັງ​ອັນ​ສຳຄັນ​ໃນ​ການ​ຮັກສາ​ສັນຕິພາບ​ຂອງ​ໂລກ ​ແລະ ຊຸກ​ຍູ້​ການ​ພັດທະນາ​ຮ່ວມ​ກັນ, ຄອງ​ຄອຍ​ສືບ​ຕໍ່​ເພິ່ມທະວີ​ການ​ແລກປ່ຽນ ​ແລະ ​ຮ່ວມ​ມືກັບ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ