ສື່​ມວນ​ຊົນ​ອິນ​​ໂດ​ເນ​ເຊຍ​ຍ້ອງຍໍ​ຈີນ​ທີ່​ບຸກໜ້າ​ບືນ​ຕົວ​ໃນ​ກະ​ແສ​ການ​ປ່ຽນ​ແປງ​ໃໝ່
2014-10-01 16:35:51  cri 

"ໜັງສືພິມ​ຮາ​ຣຽນ ນູຊານ​ທາຣາ(HARIAN NUSANTARA)" ​ຂອງ​ອິນ​ໂດ​ເນ​ເຊຍ​ສະບັບວັນ​ທີ 1 ຕຸລາ​ໄດ້​ພິມບົດຄວາມ ​ເຊິ່ງຍ້ອງຍໍ​ຈີນ​ບຸກໜ້າ​ບືນ​ຕົວ​ໃນ​ກະ​ແສ​ການ​ປ່ຽນ​ແປງ​ໃໝ່, ​ແລ​ະອວຍພອນວັນຊາດ​ຈີນ​ຄົບຮອບ 65 ປີ.

ບົດ​ຄວາມຂຽນ​ວ່າ, ​​ໃນ​ໄລຍະ 65 ປີ​ມາ​ນີ້, ຈີນ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ນານາປະ​ເທດ, ​ໄດ້ຈາກ​ປະ​ເທດ​ທີ່​ທຸ​ກຍາກຫຼ້າ​ຫຼັງ, ​ກໍ່ສ້າງ​ເປັນ​ປະ​ເທດ​ໃຫຍ່ດ້ານ​​ເສດຖະກິດ​ໃນ​ໂລກ​ທີ່​ມີ​ກຳລັງ​ດ້ານ​ເສດຖະກິດ​ອັນ​ແຂງ​​ແຮງ, ກຳລັງປ້ອງ​ກັນ​ປະ​ເທດ​ນັບ​ມື້​ນັບ​ເຂັ້ມ​ແຂງ, ວິທະຍາາດ​ເຕັກໂນ​ໂລ​ຊີ​ທັນ​ສະ​ໄໝກ້າວໜ້າ, ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ໄດ້​ກະ​ເຕື້ອງ​​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເຊິ່ງບໍ່​ພຽງ​ແຕ່​ໃຫ້​ປະຊາກອນຈຳນວນ 1 ຕື້ 300 ລ້ານ​ຄົນ​ໄດ້​ຮັບ​ຄວາມສຸກ​ເທົ່າ​ນັ້ນ,​ແຕ່​ຍັງ​​ເຮັດ​ໃຫ້ປະຊາຊົນ​ປະ​ເທດ​ຕ່າງໆ​ເບິ່ງ​ດ້ວຍ​ສາຍຕາ​ໃໝ່ນຳ​ອີກ.

ບົດ​ຄວາມເຫັນ​ວ່າ, ​ໃນ 10 ກວ່າ​ປີ​ຜ່ານມາ​ນີ້, ການ​ພົວພັນ​ມິດ​ຕະພາບລະຫວ່າງ​ຈີນ ກັບ ປະ​ເທດ​ອາ​ຊຽນ ​ໂດຍ​ສະ​ເພາະ​ແມ່ນການ​ພົວພັນ​ຈີນ-​ອິນ​ໂດ​ເນ​ເຊຍ​ໄດ້​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ຜູ້ນຳ​ຂັ້ນ​ສູງ​ອິນ​ໂນ​ເນ​ເຊຍ ​ແລະ ຈີນ​ໄດ້​ໄປມາຫາ​ສູ່​ຢ້ຽມ​ຢາມ​ກັນເລື້ອຍໆ, ການ​ໄປມາຫາ​ສູ່​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ກໍ່​​ໄດ້​ພັດທະນາ​​ເຂົ້າ​ສູ່​ລວງ​ເລິກ, ​​​ໄດ້​ຮັດ​ແໜ້ນໃຫ້​ມິດຕະພາບ​ຖານ​ອ້າຍ​ນ້ອງ​ລະຫວ່າງ​ສອງ​ປະ​ເທດ​ໝັ້ນຄົງທີ່​ສຸດ. ສອງ​ປະ​ເທດ​ໄດ້​ພ້ອມ​ກັນ​ປະກອບສ່ວນ​ອັນ​​ໃຫຍ່​ຫຼວງ​ເຂົ້າ​ໃນ​ສັນຕິພາບ​ຂອງ​ອາຊີ ​ແລະ ​ໂລກ. ການພັດທະນາ​ກ້າວ​ຂຶ້ນ​ຂອງ​ຈີນ​ຈະ​ບໍ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ປະ​ເທດ​ໃດໆ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​​ແບບ​ສັນຕິພາບ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ຍ້ອງຍໍ ​ແລະ ການ​ສະ​ໜັບສະ​ໜູນ​ຈາກ​ປະ​ເທດ​ສ່ວນ​ຫຼາຍ​ຂອງ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ