ນັກ​ທ່ອງ​ທ່ຽວ​ຈີນ​​ໄປ​ທ່ຽວ​ຢູ່​ຕ່າງປະ​ເທດ​ເປັນ​ຈຳນວນຫຼວງຫຼາຍ​ໃນ​ໄລຍະ​ພັກ​ວັນຊາດ​ຈີນ
2014-10-02 15:41:10  cri 

ວັນ​ທີ 1 ຕຸລາ ​ເປັນ​ວັນ​ທຳ​ອິດ​ແຫ່ງ​ອາທິດພັກ​ວັນຊາດ​ຈີນ, ​ແຂວງ​ກວາງຕຸ້ງກໍ​ເຂົ້າສູ່​ໄລຍະ​ເວລາ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ອອກ​ດ່ານ​ເປັນ​ຈຳນວນຫຼວງຫຼາຍ, ເມື່ອ​ເບິ່ງ​ຈາກ​ຂໍ້​ມູນ​ຈາກບັນດາ​ບໍລິສັດ​ທ່ອງ​ທ່ຽວ​ໃຫຍ່​ແລ້ວ ປາກົດ​ວ່າ, ​ເຂດ​ໄຕ້​ຫວັນ, ​ໄທ, ຍີ່ປຸ່ນ ​ແລະ ສ. ເກົາຫຼີ ​ແມ່ນຈຸດໝາຍ​ປາຍທາງທີ່​ໄດ້​ຮັບ​ຄວາມ​ນິຍົມທີ່​ສຸດ​ຈາກ​ນັກ​ທ່ອງ​ທ່ຽວ​ຂອງ​ຈີນ. ​ໃນ​ໄລຍະ​ພັກ​ວັນຊາດ, ນັກ​ທ່ອງ​ທ່ຽວ​ຂອງ​ແຂວງ​ຢຸນນານ​ຈຳນວນຫຼວງຫຼາຍ ​ໄດ້​ເລືອກ​ໄປ​ທ່ຽວ​ຢູ່​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລະອາຊີ​ໃຕ້.

ບໍລິສັດ​ທ່ອງ​ທ່ຽວຫຼາຍ​ແຫ່ງ​ຂອງ​ແຂວງ​ກວາງ​ຕຸ້ງ ​ໄດ້​ໃຫ້​ຮູ້​ວ່າ, ນອກຈາກ​ໄປ​ທ່ຽວ​ເປັນ​ຄອບຄົວ​ແລ້ວ, ຊາວ​ໜຸ່ມ​ທີ່​ເກີດຫຼັງປີ 1980​ ໄດ້​ກາຍ​ເປັນ​ກຸ່ມ​ນັກ​ທ່ອງ​ທ່ຽວ​ຕົ້ນຕໍ​ທີ່​ໄປ​ທ່ຽວ​ຢູ່​ນອກ​ແດນ​ໃນ​ໄລຍະ​ພັກ​ວັນຊາດ, ​ເສັ້ນທາງ​ທ່ອງ​ທ່ຽວ​ຕາມ​ອັດທະຍາ​ໄສ ທີ່​ໄປ​ທ່ຽວ​ຢູ່​ໄທ, ສິງກະ​ໂປ, ສ.​ ເກົາຫຼີ ​ແລະ ​​ເຂດໄຕ້​ຫວັນ ທີ່​ລາຄາບໍ່​ແພງ ​ໄດ້​ຮັບ​ຄວາມ​ນິຍົມຫຼາຍ.

ດ່ານ​ກວດ​ຄົນ​ເຂົ້າອອກ​ເມືອງ​​ນະຄອນ​ຄຸນ​ມິ​ງ​ແຂວງຢຸນນານ ກ່າວ​ວ່າ, ຕົວ​ເລກ​ທີ່​ກ່ຽວຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັກ​ທ່ອງ​ທ່ຽວ​ທີ່​ຜ່ານ​ດ່ານ​ຄຸນ​ມິ​ງ​ໄປ​ທ່ຽວ​ຢູ່​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ປະ​ເທດ​ອາຊີ​ໃຕ້ ​ໃນ​ໄລຍະ​ພັກ​ວັນຊາດ​ປີ​ນີ້ ​ໄດ້​ເພີ່ມ​ຂຶ້ນ​ເປັນ​ຈຳນວນຫຼວງຫຼາຍ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ທຸກປີຜ່ານ​ມາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ