ຜົນງານ​ຂອງ​ປະ​ເທດ​ຈີ​ນ​ໃໝ່: ລົດ​ບັນທຸກ​ຍີ່​ຫໍ້ "​ເຈ​ຟ້າ​ງ" ຄົ້ນຄວ້າ​ຜະລິດ​ອອກ​ຢ່າງ​ສຳ​ເລັດ​ຜົນ
2014-10-03 16:01:22  cri 

​ໃນ​ໄລຍະທີ່​ສະຫາຍ​ເໝົາ​ເຈີ​ຕົງ​ຢ້ຽມຢາມ​ຢູ່​ສະຫະພາບ​ໂຊ​ວຽດ​ເມື່ອ​ປີ 1950, ຈີນ​ກັບ​ໂຊ​ວຽດ​ໄດ້​ປຶກສາ​ຕົກລົງ​ກັນ​ໂດຍ​ໃຫ້​ໂຊ​ວຽດຊ່ວຍ​ຈີນ​ສ້າງ​ໂຮງງານ​ຜະລິດ​ລົດ​ບັນທຸກ​ແຫ່ງ​ທຳ​ອິດ. ​ເມື່ອ​ໄດ້​ການວາງ​ແຜນຢ່າງ​ລະອຽດ​ຮອບ​ຄອບແລ້ວ, ຄະນະ​ກຳມະການ​ການ​ເງິນ​ສູນ​ກາງ​ຈີນ​ໄດ້​ອະນຸມັດ​ໃຫ້​ສ້າງ​ໂຮງງານ​ຜະລິດ​ລົດຍົນ​ເລກ 1 ຢູ່​ເມືອງ​ຊາງ​ຊຸນ​ແຂວງ​ຈີ​ຫຼິນ. ​ເດືອນ​ມິຖຸນາ​ປີ 1953, ສະຫາຍ​ເໝົາ​ເຈີ​ຕົງ​ໄດ້​ເຊັນ​ "ຄຳ​ຊີ້​ນຳ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່ຽວ​ກັບ​ການທຳ​ຄວາມ​ພະຍາຍາມ​ເພື່ອສ້າງ​ໂຮງງານ​ຜະລິດ​ລົດຍົນ​ຊາງ​ຊຸນ​ໃຫ້​ສຳ​ເລັດ​ຜົນພາຍ​ໃນ​ເວລາ 3 ປີ", ​ເດືອນກໍລະກົດ​ໄດ້​ຈັດ​ພິທີວາງ​ສີ​ລາ​ເລີກ​ການສ້າງ​ໂຮງງານ​ດັ່ງກ່າວ​ຢູ່​ບ້ານ​ເມິ້ງ​ເຈ່ຍ​ທີ່ຢູ່​ເບື້ອງ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ເມືອງ​ຊາງຊຸນ, ສະຫາຍ​ເໝົາ​ເຈີ​ຕົງ​​ໄດ້​ຂຽນ​ຄຳຈາລຶກ​ໄວ້​ວ່າ: ລະ​ລຶກພິທີ​ວາງ​ສີ​ລາ​ເລີກ​ການສ້າງ​ໂຮງງານ​ຜະລິດລົດ​ຍົນ​ເລກ 1.

 ການ​ສ້າງ​ໂຮງງານ​ດ່ັງ​ກ່າວ​ແຍກ​ອອກ​ຈາກ​ການ​ສະໜັບ​ສະ​ໜູນ​ແລະ​ການ​ຊ່ວຍ​ເຫລືອ​ຂອງ​ປະຊາຊົນ​ທົ່ວ​ປະ​ເທດ​ບໍ່​ໄດ້, ພະນັກງານ​ແລະ​ກຳມະກອນ​ວິຊາ​ການຈຳນວນ​ຫຼວງ​ຫຼາຍ​ຈາກ​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ໄດ້​ໄປ​ຊ່ວຍ​ວຽກ​ຢູ່​ໂຮງງານ​ດັ່ງກ່າວ. ​ໂຊ​ວຽດ​ໄດ້​ສະໜອງ​ເອກະສານ​ອອກ​ແບບ​ຄົບ​ຊຸດ, ​ແລະ​ໄດ້​ສົ່ງ​ວິຊາ​ການ​ທີ່​ມີ​ບົດຮຽນ​​ໄປ​ຊີ້​ນຳ​ວຽກ​ງານ​ຢູ່​ໂຮງງານ. ວັນ​ທີ 13 ກໍລະກົດ 1956, ລົດ​ຍີ່​ຫໍ້ " ​ເຈ​ຟ້າ​ງ" ງວດ​ທຳ​ອິດ​ໄດ້ສຳ​ເລັດ​ການ​ຜະລິດ​ແລະອອກ​ຈາກ​ໂຮງງານ​ຜະລິດ​ລົດຍົນ​ເລກ 1, ​ແລະ​ສະຫາຍ​ເໝົາ​ເຈີ​ຕົງ​ຕັ້ງຊື່​ເປັນ" ​ເຈ​ຟ້າງ"(ມີ​ຄວາມ​ໝາຍວ່າ: ປົດ​ປ່ອຍ), ​ນີ້ໄດ້​ເປັນ​ການ​ສິ້ນ​ສຸດ​ປະຫວັດສາດ​ທີ່​ຈີນ​ບໍ່​ສາມາດ​ຜະລິ​ດລົດຍົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ