ຊາວ​ຕ່າງປະ​ເທດ​ເຊື້ອສາຍ​ຈີນ​ແລະ​ຊາວ​ຈີນ​ຕ່າງ​ດ້າວ​ຈັດ​ກິດຈະກຳ​ເພື່ອ​ສະຫຼອງ​ວັນຊາດຈີນຄົບຮອບ 65 ປີ
2014-10-05 14:39:17  cri 
ວັນ​ທີ 3 ຕຸລາ​ນີ້, ຄະນະຊາວ​ຕ່າງປະ​ເທດ​ເຊື້ອສາຍ​ຈີນ​ແລະ​ຊາວ​ຈີນ​ຕ່າງ​ດ້າວ​​ແລະ​ນັກ​ສຶກສາ​ຈີນ​ທີ່​ໄປ​ຮຽນ​ຢູ່ຕ່າງປະ​ເທດຂອງບາງ​ປະ​ເທດຕ່າງ​​ກໍ່ໄດ້​ຈັດ​ກິດຈະກຳ, ​ເພື່ອ​ສະຫຼອງ​​ວັນ​ສ້າງ​ຕັ້ງ​ປະ​ເທ​ດຈີນ​ໃໝ່​ຄົບຮອບ 65 ປີ.

ຕອນ​ຄ່ຳ​ວັນ​ທີ 3 ຕຸລາ​ນີ້, ຊາວ​ອົສຕຣາ​ລີ​ເຊື້ອສາຍ​ຈີນ​ແລະ​ຊາວ​ຈີນ​ຕ່າງ​ດ້າວ​ກໍ່​ຄື​ນັກ​ສຶກສາຈີນ​ທີ່​ຮຽນ​ຢູ່​ນະຄອນ​ຄານ​ເບີຣາຂອງອົສຕລາ​ລີ​ໄດ້​ຈັດ​ງານ​ລາຕີ​ສິລະ​ປະ​ວັນນະຄະດີ​ຂະໜາດ​ໃຫຍ່​ "ດວງ​ໃຈ​ຈີນ"ຢູ່​ໃນ​ຫໍ​ສະພາ​​ແຫ່ງ​ຊາດ​ອົດສຕຣາ​ລີ, ​ເພື່ອ​ສະຫຼອງ​ວັນ​ສ້າງ​ຕັ້ງ​ປະ​ເທດ​ຈີນ​ໃໝ່​ຄົບຮອບ 65 ປີ.

ງານຫິ້ນມ່ວນ​ຊື່ນຈີນ-ຣັດ​ເຊຍແລະ​ງານ​ລາຕີ​​ເພື່ອ​ສະຫຼອງສາທາລະນະ​ລັດ​ປະຊາຊົນ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 65 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ຊັນ​​ເປ​ເຕີ​ສ໌​ເບີກ​ຂອງຣັດ​ເຊຍ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ນັກຮົບ​​ເກົ່າທີ່​ມາ​ຈາກ​ນະຄອນ​ຊັນ​ເບ​ເຕີ​ສ໌​ເບີກ​,ຊາວຣັດ​ເຊຍເຊື້ອສາຍ​ຈີນ​ແລະ​ຊາວ​ຈີນ​ຕ່າງ​ດ້າວ​ກໍ່​ຄື​ນັກ​ສຶກສາ​ຈີນ​ທີ່​ຮຽນ​ຢູ່ທ້ອງ​ຖິ່ນ​ໄດ້​ຊົມ​ເບິ່ງ​ງານ​ລາຕີ​ດັ່ງກ່າວ. ຜູ້ຕາງໜ້າ​ສະມາຄົມ​ທະຫານ​ເກົ່າຂອງ​ຊັນ​ເບ​ເຕີ​ສ໌​ເບີກ​ໄດ້​ກ່າວ​ໃນ​ງານ​ລາຕີ​ວ່າ, ການ​ພົວພັນ​ໄມຕີ​ຈິດ​ມິດຕະພາບ​ລະ​ຫວ່າງ​ຈີນ-ຣັດ​ເຊຍ​ແມ່ນ​ກຳລັງ​ທີ່​ສຳຄັນ​ໃນ​ການ​​ເຮັດໃຫ້​ທົ່ວ​ໂລກ​​ໃນ​ປະຈຸ​ບັນມີ​ຄວາມ​ໝັ້ນຄົງ.

ນອກ​ນີ້, ຄະນະຊາວ​ຕ່າງປະ​ເທດ​ເຊື້ອສາຍ​ຈີນ​ແລະ​ຊາວ​ຈີນ​ຕ່າງ​ດ້າວ​​ຂອງ​ປະ​ເທດ​ຕ່າງໆ​ເຊັ່ນ: ໂຮ​ນລັງ, ​ໂອ​ມານ, ຍີ່ປຸ່ນ​ແລະ​ເອຢິບ​ເປັນ​ຕົ້ນ​ຕ່າງ​ກໍ່​ໄດ້​ຈັດ​ກິດຈະກຳ​ສະຫຼອງ​ວັນ​ສ້າງ​ຕັ້ງ​ປະ​ເທດ​ຈີນ​ໃໝ່ຄົບຮອບ 65 ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ