ຂົວ​ແມ່​ນ້ຳ​ຢາງ​ຊີ​ກຽງ​ອູ​ຮັ້ນ​ເປີດ​ການ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ
2014-10-08 16:42:53  cri 
ຂົວ​ແມ່​ນ້ຳ​ຢາງ​ຊີ​ກຽງ​ອູ​ຮັ້ນ​ຖືກ​ເອີ້ນ​ວ່າ "ຂົວ​ແຫ່ງ​ທຳ​ອິດ​ຂອງແມ່​ນ້ຳ​ຢາງ​ຊີ​ກຽງ", ຂົວ​ແຫ່ງ​ນີ້​ຂ້າມ​ລະຫວ່າງ​ພູ​ເຊີ​ຊ່ານ​ອູ​ຊ່າງກັບ​ພູກຸ່ຍຊ່ານ​ຮັ້ນ​ຢາງ​ຂອງ​ແຂວງ​ຫູ​ເປີ​ຍ, ​ເປັນ​ຂົວ​ທາງ​ລົດ​ໄຟ-ທາງຫຼວງ ​ແຫ່ງ​ທຳ​ອິດທີ່​ຈີນ​ສ້າງ​ຂຶ້ນ​ຢູ່​ເທິງ​ແມ່​ນ້ຳ​ຢາງ​ຊີກ​ຽງ.

ເດືອນ​ເມສາ​ປີ 1953, ກະຊວງ​ທາງ​ລົດ​ໄຟ​ຈີນ​ໄດ້​ສ້າງ​ຕັ້ງ​ກົມ​ໂຄງການ​ຂົວ​ອູ​ຮັ້ນ​ສະ​ເພາະ​ຮັບຜິດ​ຊອບ​ການ​ອອກ​ແບບ​ແລະ​ກໍ່ສ້າງ​ຂົວ, ​ແລະ​ຍັງ​ໄດ້​ຈ້າງ​ໜ່ວຍຊ່ຽວຊານ​ໂຊ​ວຽດ​ເດີນທາງມາຈີນ​ເພື່ອ​ໃຫ້ການ​ຊ່ວຍ​ເຫຼືອ​. ​ເດືອນ​ມັງກອນ​ປີ 1954, ທ່ານ​ໂຈ່​ວ​ເອິນ​ໄຫຼ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເປັນ​ປະທານ​​ໄຂ​ກອງ​ປະຊຸມ​ຄະນະ​ລັດຖະບານ​ໂດຍ​ໄດ້​ປຶກສາ​ຫາລື​ແລະ​ຮັບຮອງ​ເອົາ​ມະຕິ​ວ່າ​ດ້ວຍ​ການ​ກໍ່ສ້າງ​ຂົວ​ອູ​ຮັ້ນ. ​ເດືອນ​ກໍ​ລະ​ກົດ​, ຄະນະ​ລັດຖະບານ​ຈີນ​ໄດ້​ອະນຸມັດ​ແຜນ​ອອກ​ແບບ​ດ້ານ​ເຕັກນິກ, ​ແຜນ​ປະຕິບັດ​ການ​ກໍ່ສ້າງ​ແລະ​ງົບປະມານລວມຂອງ​ການ​ກໍ່ສ້າງ​ຂົວ​ແມ່​ນ້ຳ​ຢາງ​ຊີ​ກຽງ​ອູ​ຮັ້ນ ​ແລະ​ເລີ່​ມລົງມື​ກໍ່ສ້າງຂົວ​ດັ່ງກ່າວ​ຢ່າ​ງ​ເປັນ​ທາງ​ການ​ໃນ​ວັນ​ທີ 1 ກັນ​ຍາ.

ພາຍ​ໃຕ້​ການ​ສະໜັບສະໜູນຢ່າງ​ແຂງ​ແຮງ​ຈາກ​ປະຊາຊົນ​ທົ່ວ​ປະ​ເທດ, ​ເມື່ອ​ໄດ້​ຜ່ານ​ການ​ສູ້​ຊົນ​ພະຍາຍາມ​ບຸກທະລຸ​ດ້ານ​ວິທະຍາສາດເຕັກ​ໂນ​ໂລ​ຊີ ​ດ້ວຍ​ຄວາມ​ລຳບາກ​ເປັນ​​ໄລຍະ​ເວລາ 2 ​ເດືອນ, ຂົວ​ແມ່​ນ້ຳ​ຢາງ​ຊີ​ກຽງ​ອູ​ຮັ້ນ​ຈິ່ງ​ສ້າງ​ສຳ​ເລັດ​ໃນ​ວັນ​ທີ 25 ກັນຍາ 1957, ວັນ​ທີ 15 ຕຸລາ​ໄດ້​ຈັດ​ພິທີ​ເປີດ​ການ​ນຳ​ໃຊ້​ຂົວ​ຢ່າງ​ສະຫງ່າງາມ​. ການ​ສ້າງ​ຂົວ​ແມ່​ນ້ຳ​ຢາງ​ຊີ​ກຽງ​ອູ​ຮັ້ນສຳ​ເລັດ​ໄດ້ເປັນ​ຂົວ​ເຊື່ອມ​ຕໍ່​ພາກ​ເໜືອ​ແລະ​ພາກ​ໃຕ້​ຂອງ​ຈີນ​,​ເປັນ​ການ​ເປີດ​ໜ້າ​ໃໝ່​ຂອງ​ປະຫວັດ​ການ​ກໍ່ສ້າງ​ຂົວ​ຂອງ​ຈີນ, ​ເຊິ່ງມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ​ຕໍ່​ການ​ສ້າງສາ​ເສດຖະກິດ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ