ທາງ​ລົດ​ໄຟ​ເສີງ​ຕູ່-ຈົງ​ກິ່ງ​ສ້າງ​ສໍາ​ເລັດ
2014-10-08 17:01:56  cri 

ໃນ​ຖານະ​ທີ່​ເປັນ​ພື້ນຖານ​​ໂຄງ​ລ່າງ​ທີ່​ສໍາຄັນ​ສໍາ​ລັບ​ເສດ​ຖະກິດ​ແຫ່ງ​ຊາດ, ການຄົມ​ມະ​ນາ​ຄົມ​ແລະ​ຂົນ​ສົ່ງ​ໄ​ດ້ກາຍ​ເປັນ​ວຽກ​ງານ​ທີ່​ສໍາຄັນ​​ໃນ​ການ​ຟື້ນ​ຟູ​ເສດຖະກິດ​ຫຼັງ​ ສປ ຈີນ ​ສ້າງ​ຕັ້ງ​ຂຶ້ນ. ທາງ​ລົດ​ໄຟ​ເສີງ​ຕູ່-ຈົງ​ກິ່ງ​ເປັນ​ທາງ​ລົດ​ໄຟ​ສາຍ​ທໍາ​ອິດ​ທີ່ສ້າ​ງສໍາ​ເລັດ​ຫຼັງ​ ສປ ຈີນ ​ສ້າງ​ຕັ້ງ​ຂຶ້ນ.

​ໃນ​ເດືອນມິຖຸນາ ປິ 1950, ພາຍ​ໃຕ້​ການ​ສະໜັບສະໜູນ​ຂອງ​ລັດ​ຖະບານ​ສູນ​ກາງ​ ແລະ​ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຈີນ, ທາງ​ລົດ​ໄຟ​ເສີງ​ຕູ່-ຈົງ​ກິ່ງທີ່​ຂ້າມ​​ແຂວງ​ເສສວນ​ແລະ​ຈົງ​ກິ່ງ ​ໄດ້​ເລີ່​ມກໍ່ສ້າງ. ​ໃນ​ເດືອນ​ກໍ​ລະ​ກົດ ປີ 1952, ທາງ​ລົດ​​ໄຟ​ສາຍ​ນີ້​ໄດ້​ສ້າງ​ສໍາ​ເລັດ​ແລະ​ໃຫ້ການ​ບໍລິການ. ທາງ​ລົດ​ໄຟ​ສາຍ​ນີ້​ຍາວ 505 ກິ​​ໂລ​ແມັດ ​ເຊິ່ງ​ແມ່ນ​ອອກ​ແບບ​​ແລະ​ກໍ່​ສ້າງໂດຍຈີນ ​ແລະ​ນໍາ​ໃຊ້​ວັດ​ຖຸກໍ່ສ້າງ​ທີ່​ຜະລິດ​ໂດຍ​ຈີນ.

ທາງ​ລົດ​ໄຟ​ສາຍ​ນີ້​ເປັນ​ທາ​ງລົດ​ໄຟ​ຕອນ​ໜຶ່ງ​​ຂອງ​ທາງ​ລົດ​ໄຟ​ສວນ​ຮ້ານ​ທີ່​ໄດ້ວາງ​ແຜນ​ກໍ່ສ້າງ​​ໃນ​ລາຊະວົງ​ຊິງ ​ແລະ​ບໍ່​​ໄດ້​ປູ​ລາງ​ເຫຼັກ​ໃນ​​ໄລ​ຍະ​ເກື​ອບເຄິ່ງສະຕະວັດ​, ​ແຕ່​ຫຼັງ​ຈາກ​ສ້າງ​ຕັ້ງ​ ສປ ຈີນ​ແລ້ວ, ​ໃຊ້​ພຽງ​ແຕ່​ສອງ​ປີ​ເທົ່າ​ນັ້ນ​ກໍ​ສາມາດ​ສ້າ​ງສໍາ​ເລັດ​ແລະ​ໃຫ້​ບໍລິການ​ໄດ້​ແລ້ວ ​ເຊິ່ງ​ເປັນການ​ຊຸກຍູ້​ການ​ຟື້ນ​ຟູ​ແລະ​ການ​ພັດທະນາ​​ເສດຖະກິດ​ຂອງ​​ເຂດ​ຕາ​ເວັນ​ຕົກສຽງ​ໃຕ້​ຂອງ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ