ຮອງ​ປະທານ​ປະ​ເທດ​ຈີນ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ
2014-10-18 17:10:27  cri 


ວັນ​ທີ17​ຕຸລາ​ນີ້, ຢູ່​ປັກ​ກິ່ງ, ທ່ານ​ລີ​ຢວນຊາວ, ຮອງ​ປະທານ​ປະ​ເທດ​ຈີນ​​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ​ຟູ​ງກວງ​ແທງ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ຮອງ​ເລຂາທິການ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ.


ທ່ານ​ລີ​ຢວນຊາວ​ກ່າວ​ວ່າ, ຈີນ​ແລະ​ຫວຽດນາມ​ພວມ​ຢູ່​ໃນ​ໄລຍະ​ສຳຄັນ​​ແຫ່ງ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ກັນ​ດ້ານ ຍຸດ​ທະ​ສາດ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຄວບ​ຄຸມ​ຄວາມ​ຂັດ​ແຍ່ງ​ກັນ​ທາງ​ທະ​ເລ, ຊຸກຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ, ​ເພີ່​ມທະວີ​ການ​ຮ່ວມ​ມື​ທີ່​ຕິດ​​ແທ້​ຕົວ​ຈິງ, ຮັກສາ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ພັກ​ແລະ​ສອງ​ປະ​ເທດ​ຂະຫຍາຍຕົວ​ຢ່າງ​ປອດ​ໄສ​ແລະ​ໝັ້ນ​ທ່ຽງ.

ທ່ານ​ຟູ​ງກວງ​ແທງກ່າວ​ວ່າ, ຫວຽດນາມ​ແລະ​ຈີນ​ມີ​ການ​ພົວພັນ​ຢ່າງ​ໃກ້ຊິດ, ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຢ່າງກວ້າງຂວາງ. ກອງທັບ​ຫວຽດນາມ​ຍິນ​ດີ​ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ແລະ​ສອງ​ກອງທັບ​ຂະຫຍາຍຕົວ​ຢ່າງ​ປອດ​ໄສ​ແລະ​ໝັ້ນ​ທ່ຽງ​ເປັນ​ເວລາ​ຍາວ​ນານ, ​ຮັກສາສັນຕິພາບ​ແລະ​ສະ​ເຖຍ​ລະ​ພາບ​ຂອງ​ພາກ​ພື້ນ.

 

 

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ