ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນຂອງ​ອົງການ​ APEC ປີ 2014 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ​ໃນ​ວັນ​ທີ 22 ຕຸລາ​ນີ້
2014-10-21 11:45:59  cri 
ກະຊວງ​ການ​ເງິນ​ຈີນ​ໄດ້​ປະກາດ​ຕໍ່​ພາຍ​ນອກ​ໃນ​ວັນ​ທີ 20 ຕຸລາ​ນີ້​ວ່າ, ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ຂອງ​ອົງການ​​ຮ່ວມ​ມື​ດ້ານ​ເສດຖະກິດ​ອາຊີ​ປາຊີ​ຟິກຫຼື APEC ຄັ້ງ​ທີ 21 ຈະ​ຈັດ​ຂຶ້ນ​ຢູ່​ໃນຫໍ​ຮັບ​ແຂກ​ເມືອງຕ້ຽວຢີ​ໄຖ​ທີ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 22 ຕຸລາ​ນີ້, ກອງ​ປະຊຸມ​ຄັ້ງ​ນີ້ຈະສຸມ​ໃສ່​ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ດ້ານ​ເສດຖະກິດ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ໃຫຍ່ 4 ຂໍ້.

ຕາມ​ຂ່າວ​ແຈ້ງວ່າ, ລັດຖະມົນຕີ​ການ​ເງິນ, ຜູ້​ຮັບຜິດຊອບ​ຂອງ​ອົງ​ການ​ສາກົນ​ແລະ​ຜູ້ຕາງໜ້າ​ລະດັບສູງຂອງ​ພາກສ່ວນ​ເອກະ​ຊົນ​ທີ່​ມາ​ຈາກ​ສະມາຊິກອົງ​ກອນ​ເສດຖະກິດ 21 ​ແຫ່ງ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້. ຕາມ​ຕາຕະລາງວາລະ​ປະຊຸມ, ຈະມີ​ການ​ຈັດ​ພິທີ​ໄຂ​ໃນ​ຕອນ​ເຊົ້າ​ວັນ​ທີ 22 ຕຸລາ​ນີ້, ຫຼັງ​ຈາກ​ນັ້ນ, ຜູ້ຕາງໜ້າ​ທີ່​ເຂົ້າ​ຮ່ວມ​ກອງປະຊຸມ​ຈະ​ດຳ​ເນີນ​ການ​ປຶກສາ​ຫາລື​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ຫົວ​ຂໍ້ 4 ຂໍ້​ຄື: "ສະຖານະ​ການ​ແລະ​ການ​ເບິ່ງ​ເສດຖະກິດ​ມະຫາ​ພາກ​ຂອງ​ພາກ​ພື້ນ", "ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ແລະ​ການ​ລະດົມ​ທຶນ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ", "​ນະ​ໂຍບາຍດ້ານ​ການ​ເງິນ​ແລະ​ພາສີ​ອາກອນ​ແລະ​ການ​ປະຕິ​ຮູບ​ໃນ​ການ​ຊຸກຍູ້​ການ​ສັບ​ຊ້ອນອົງ​ປະກອບ​ເສດຖະກິດ" ​ແລະ "ການ​ສະໜັບສະໜູນ​ການ​ພັດທະນາ​​ເສດຖະກິດ​ຕົວ​ຈິງຂອງ​ພາກ​ພື້ນ​ໂດຍ​ຜ່ານ​ການ​ເງິນ",​ແລະຈະ​ຜ່ານ​ຖະ​ແຫຼ​ງການ​ຮ່ວມຂອງ​ລັດຖະມົນຕີ​ການ​ເງິນ​ກໍ່​ຄື​ໝາກຜົນ​ທີ່​ກ່ຽວຂ້ອງ. ພາຍຫຼັງ​ກອງ​ປະຊຸມ​ສິ້ນ​ສຸດ​ລົງ​ແລ້ວ​ຍັງຈະ​ຈັດ​ງານ​ຖະ​ແຫຼ​ງຂ່າວ​ຮ່ວມກັນນຳ​ອີກ.

ອົງການຮ່ວມ​ມື​ດ້ານ​ເສດຖະກິດ​ອາຊີ​ປາຊີ​ຟິກຫຼື APEC ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1989, ຈີນ​ໃນ​ຖານະ​ເປັນ​ປະ​ເທດ​ເຈົ້າພາບ​​ໃນ​ການຈັດ​ກອງ​ປະຊຸມ​ຂອງ​ອົງການ APEC ປີ 2014, ຈະ​ຈັດ​​ເປັນກອງ​ປະຊຸ​ມສຸດ​ຍອດ​ຂອງ APEC ທີ່​ມີ​ຫົວ​ຂໍ້​ຕົ້ນຕໍຄື​ "ຮ່ວມ​ກັນ​ສ້າງການ​ພົວພັນ​ຄູ່​ຮ່ວມ​ອາຊີ​ປາຊີ​ຟິກທີ່​ອວ່າຍໜ້າ​ໄປ​ສູ່​ອະນາຄົດ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ