ບໍລິສັດ CNR ຂອງ​ຈີນ​​ເຊັນສັນຍານກັບໄທກ່ຽວ​ກັບ​ການ​ຈັດ​ຊື້​ລົດ​ໄຟ​ໂດ​ຍສານ 115 ຂະ​ບວນ
2014-10-21 16:35:59  cri 

ວັນ​ທີ 17 ຕຸລາ​ນີ້, ຢູ່​ນະຄອນຫຼວງ​ບາງກອກ​ຂອງ​ໄທ, ບໍລິສັດ CNR ລົດ​ໄຟ​ສາງ​ຊູນ​ຫຸ້ນ​ສ່ວນ​ຈໍາກັດ​ຂອງ​ຈີນຮ່ວມ​ກັບ​ສະຫະພາບ BBC ​(ປະກອບ​ດ້ວຍ​ບໍລິສັດ CRCC ຂອງ​ຈີນ, ບໍລິສັດ Khao Lhak Bamboo Orchid ​ແລະ​ບໍ​ລິ​ສັດ UMMC) ​ ໄດ້​ເຊັນ​ສັນຍາ​ກັບບໍລິສັດທາງ​ລົດ​ໄຟ​ແຫ່ງ​ຊາດ​ໄທ ຫຼື SRT ກ່ຽວ​ກັບ​ໂຄງການການ​ຈັດ​ຊື້ລົດ​ໄຟ​ໂດຍສານ​ຈໍານວນ 115 ຂະ​ບວນສໍາລັບລາງ​ລົດ​ໄຟ​ທີ່​ມີ​ຄວາມ​ກວ້າງ 1 ​ແມັດ.

ນີ້​ແມ່ນສັນ​ຍາ​ສະບັບ​ໃຫຍ່​ທີ່​ສຸດ​ຂອງ​ບໍລິສັດ SRT ກ່ຽວ​ກັບ​ການ​ຈັດ​ຊື້ລົດ​ໄຟ​ໂດຍສານ ​ແລ​ະກໍ​ແມ່ນ​ຄັ້ງ​ທໍາ​ອິດທີ່ຈີນສົ່ງ​ອອກລົດ​ໄຟ​ໂດຍສານ​ສໍາລັບ​ລາງ​ລົດ​ໄຟ​ເຫຼັກ​ກ້າທີ່​ບໍ່​ເຂົ້າ​ໝ້ຽງ ​​ແລະ​ມີ​ຄວາມ​ກວ້າງ 1 ​ແມັດ.ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ຄົມ​ມະ​ນາ​ຄົມ​ໄທ​ໄດ້​ຕີ​ລາຄາ​ສູງ​ແລະ​ໃຫ້​ຄວາມ​ມຸ່ງຫວັງ​ຢ່າງ​ແຮງ​ກ້າ​ແກ່​ສັນຍາ​ສະບັບ​ນີ້, ທ່ານ​ກ່າວ​ວ່າ, ​ໄທ​​ເຊັນ​ສັນ​ຍາ​ສະບັບ​ນີ້​ກັບບໍລິສັດ CNR ຂອງ​ຈີນ, ນີ້​ບໍ່​ພຽງ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ໄມຕີ​ຈິດ​ມິດ​ຕະພາບ​ໄທ-ຈີນ​ເທົ່າ​ນັ້ນ, ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ປະຊາຊົນ​ໄທ​ຍອມຮັບ ຜະລິດ​ຕະພັນ​ຂ​ອງຈີນ​ໃນ​ລະດັບ​ສູງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ