ທ່ານ​ຫຼີ​ເຄີ້ສຽງ​ພົບ​ປະ​ກັບ​ຫົວໜ້າ​ຄະນະ​ຜູ້​ແທນອົງ​ກອນ​ເສດຖະກິດ​​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ຂອງ​ອົງການ APEC
2014-10-22 11:13:28  cri 


ຕອນ​ບ່າຍ​ວັນ​ທີ 21 ຕຸລາ​ນີ້, ຢູ່​ຫໍ​ສະພາ​ປະຊາຊົນ​ທີ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ຫຼີ​ເຄີ້ສຽງ, ນາຍົກ​ລັດຖະມົນຕີ​ຈີນ​ໄດ້ພົບ​ປະ​ກັບ​ບັນດາຫົວໜ້າ​ຄະນະ​ຜູ້​ແທນ​ອົງ​ກອນ​ເສດຖະກິດ​ຈາກ​ປະ​ເທດຕ່າງໆ​ທີ່​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ຂອງ​ອົງການ​ຮ່ວມ​ມື​ດ້ານ​​ເສດຖະກິດ​ອາຊີ​ປາຊີ​ຟິກຫຼື APEC ຄັ້ງ​ທີ 21 ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ.


ທ່ານ​ຫຼີ​ເຄີ້ສຽງ​ຊີ້​ອອກ​ວ່າ, ຈີນ​ໄດ້​ສຸມ​​ໃສ່​ຊຸກຍູ້​ການ​ພັດທະນາ​ແລະ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກຢ່າງ​ຕັ້ງໜ້າ, ຍິນ​ດີ​ຮ່ວມ​ກັບ​ສະມາຊິກ​ອົງການ APEC, ຊຸກຍູ້​ເສດຖະກິດ​ຂອງ​ພາກ​ພື້ນ​ແຫ່​ງນີ້​ແລະ​ຂອງ​ໂລກ​ໃຫ້ເຕີບ​ໂຕ​ຢ່າງ​​​ເຂັ້ມ​ແຂງ, ​ແບບ​ຍືນ​ຍົງ​ແລະ​ມີ​ຄວາມດຸ່ນດ່ຽງ. ຫວັງ​ຢາກ​ໃຫ້​ກອງ​ປະຊຸມລັດຖະມົນຕີ​ການ​ເງິນ​ຂອງອົງການ APEC ຄົ້ນ​ຄວ້າ​ແລະ​ສະ​ແຫວ​ງຫາ​ເສັ້ນທາງ​ແຫ່ງການ​ພັດທະນາ​ທີ່​ມີ​ການປັບປ່ຽນ​ຮູບ​ແບບ​ໃນ​ອະນາຄົດ​ຂອງ​ເສດ​​ຖະກິດ​ອາຊີ​ປາຊີ​ຟິກຢ່າງ​ຕັ້ງໜ້າ, ຊຸກຍູ້​ການ​ຮ່ວມ​ມື​ທີ່​ແທ້​ຈິງ​​ໃນ​ດ້ານ​ເສ​ດຖະກິດ​ຂອງ​ພາກ​ພື້ນ, ​ເພີ່ມ​ເນື້ອ​ໃນ​ແລະ​ຄວາມມີ​ຊີວິດ​ຊີວາ​ໃໝ່​ເຂົ້າ​​ໃນ​ການ​ຮ່ວມ​ມື​ຂອງ​ອົງການ APEC.


ທ່ານ​ໂຈ ຮອກ​ກີ, ລັດຖ​ະມົນຕີວ່າການ​ກະຊວງ​ການ​ເງິນ​ຂອງ​ອົສຕຣາລີ​ໄດ້​ຕາງໜ້າ​ອົງ​ກອນ​ເສດຖະກິດ 25 ​ແຫ່ງ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກ່າວ​ວ່າ, ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຈີນ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ໜ້າ​ອັດສະຈັນ. ຜົນສຳ​ເລັດ​ທີ່ຈີນ​ໄດ້​ຮັບ​ໃນ​ການ​ພັດທະນາ​ເສດຖະກິດ​ບໍ່​ພຽງ​ແຕ່​ແມ່ນ​ຂ່າວດີຂອງ​ອາຊີ​ປາຊີ​ຟິກ​ເທົ່າ​ນັ້ນ, ​ແຕ່​ຍັງ​ມີ​ຄວາມ​ໝາຍ​ທີ່​ສຳຄັນ​ຕໍ່​ໂລກ. ອົງ​ກອນ​ເສດຖະກິດ​ແຫ່ງ​ຕ່າງໆ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຈີນ​ທຳ​ຄວາມ​ພະຍາຍາມຮ່ວມ​ກັນ​ເພື່ອ​ເຮັດ​ໃຫ້​ກອງ​ປະຊຸມ APEC ​ດຳ​ເນີນ​ໄປ​ດ້ວຍຜົນສຳ​ເລັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ