ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ຂອງ​ອົງການອາ​ເປັກຄັ້ງທີ 21 ອອກ​ຖະ​ແຫຼງການ​ຮ່ວມ
2014-10-23 11:32:47  cri 

ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ຄັ້ງທີ 21 ຂອງ​ອົງການ​ຮ່ວມ​ມື​ດ້ານ​ເສດຖະກິດ​ອາຊີ​ປາຊີ​ຟິກ ຫຼື ອາ​ເປັກທີ່​ນະຄອນຫຼວງປັກ​ກິ່ງໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບງາມ​ໃນ​ວັນ​ທີ 22 ຕຸລາ​ນີ້. ກອງ​ປະຊຸມ​ຄັ້ງນີ້​ໄດ້​ອອກ​ "ຖະ​ແຫຼງການ​ຮ່ວມ​​ຂອງ​ລັດຖະມົນຕີ​ການ​ເງິນ​ຂອງ​ອົງການ​ອາ​ເປັກ 2014" ​ໂດຍ​ປິ່ນ​ອ້ອມ 4 ຫົວ​ຂໍ້ຕົ້ນຕໍ, ​ໃນ​ນັ້ນ ຝ່າຍ​ຕ່າງໆ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ວ່າ​ຈະ​ຊຸກ​ຍູ້​ການ​ປະຕິ​ຮູບ​ດ້ານ​ອົງ​ປະກອບ​ຕື່ມ​ອີກ, ​ໃຊ້​ມາດ​ຕະການ​ທີ່​ຈຳ​ເປັນ​ເພື່ອ​ແກ້​ໄຂບັນຫາທີ່​ເປັນ​ຈຸດ​ອ່ອນ​ໃນ​ການ​ພັດທະນາ​ເສດຖະກິດ​ໃນ​ປັດຈຸບັນ ທັງ​ປ່ອຍພະລັງ​ຊຸກ​ດັນ​ໃໝ່​ແຫ່ງ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ.

​ໃ​ນກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ທີ່​ດຳ​ເນີນ​ເປັນເວລາ 1 ວັນໃນຄັ້ງນີ້, ລັດຖະມົນຕີ​ການ​ເງິນ​ຂອງ ​21 ​ອົງ​ກອນ​ເສດຖະກິດ​​ສະມາຊິກ​ອົງການ​ອາ​ເປັກ ​ໄດ້​ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ພັດທະນາ​ເສດຖະກິ​ດ ​ແລະ ບັນຫາ​ທີ່​ສຳຄັນ​ໃນພາກ​ພື້ນ ​ເຊັ່ນ "ສະຖານະ​ການ​ແລະ​ວິ​ໄສ​ທັດ​ເສດຖະກິດ​ມະຫາ​ພາກ​ຂອງ​ພາກ​ພື້ນ", "ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ແລະການລະດົມ​ທຶນ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ", "ນະ​ໂຍບາຍ​ ​ແລະ​ການ​ປະຕິ​ຮູບ​ດ້ານ​ການ​ເງິນ ​ແລະ ​ພາສີ​ອາກອນ​ເພື່ອ​ຊຸກຍູ້​ການ​ປັບປຸງ​ອົງ​ປະກອບ​ເສດຖະກິດ" ​ແລະ "ການ​ທະນາຄານທີ່​ສະໜັບສະໜູນການ​ພັດທະນາ​ເສດຖະກິດ​ຕົວ​ຈິງ (Real economy) ຂອງ​ພາກ​ພື້ນ" ​ແລະ​ອື່ນໆ, ​ແລະ​ໄດ້ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ຢ່າງ​ກວ້າງຂວາງ​ທັງ​ໄດ້​ຮັບໝາກ​ຜົນທີ່​ຕິດ​ແທດ​ກັບຕົວ​ຈິງ.

ບັນດາ​ທ່ານ​ລັດຖະມົນຕີການ​ເງິນເຫັນ​ວ່າ, ຜ່ານ​ຈາກ​ກອງ​ປະຊຸມ​​ຄັ້ງນີ້, ຝ່າຍ​ຕ່າງໆ​ ໄດ້​ເພີ່ມ​ທະວີການ​ປຶກສາ​ຫາລື ​ແລະ ການ​ຮ່ວມ​ມື​ດ້ານ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ຕື່ມ​ອີກ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ຕັດສິນ​ໃຈ​ຂອງ​ອົງ​ກອນ​ເສດຖະກິດ​ອາຊີ​ປາ​ຊີ​ຟິກທີ່ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກ​ຄວາມ​ສ່ຽງ​ທັງ​ພາຍ​ໃນ​ແລະ​ພາຍ​ນອກ ​ແລະ ຊຸກ​ຍູ້​ໃຫ້​ເສດຖະກິດ​ໂລກ​ຟື້ນ​ຕົວ. ​ໂດຍສະ​ເພາະ​​ແມ່ນຜົນ​ໄດ້​ຮັບ​ທີ່​ຕິດ​ແທດ​ກັບ​ຕົວ​ຈິງຫຼາຍປະການ​ໃນ​​ການ​ຮ່ວມ​ມືດ້ານ​ການ​ລົງທຶນ​ແລະ​ການ​ລະດົມ​ທຶນກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ຈະ​ຮັບ​​ໃຊ້ການວາງ​ແຜນການ​ເຊື່ອມ​ຈອດ​ຂອງ​ອາ​ເປັກ​ໂດຍ​ກົງ, ກໍ່​ໄດ້​ສ້າງ​ພື້ນຖານ​ທີ່​ດີ​ໃຫ້​ແກ່​ວາລະ​ວ່າ​ວຽກ​ດ້ານ​ການ​ເງິນ​ແລະ​ເສດຖະກິດ​ຂອງ​ກອງ​ປະຊຸມສຸດ​ຍອດອົງການ​ອາ​ເປັກ​ທີ່​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ