ຍານ​ອະວະກາດ​ທີ່​ທົດ​ລອງ​ການ​ບິນ​ກັບ​ຄືນ​ສູ່​ພື້ນ​ໂລກ​​ຂອງ​ໂຄງການ​ສຳຫຼວດດວງ​ຈັນ​ໄລຍະ​ທີ​ສາມ​ຂອງ​ຈີນ​ໄດ້​ຍິງ​ຂຶ້ນສູ່​ອະວະກ​າດຢ່າງ​ສຳ​ເລັດ​ຜົນ
2014-10-24 18:39:05  cri 

ວັນທີ 24 ຕຸລານີ້, ທີ່ສູນຄວບຄຸມການບິນອະວະກາດປັກກິ່ງ.

ເວລາ 02:00 ​ໂມງ​ຂອງ​ວັນ​ທີ 24 ຕຸລາ​ນີ້, ຢູ່ທີ່​ຖານ​ສົ່ງ​ດາວ​ທຽມ​ຊີ່​ຊ່າງ, ຍານ​​ອະວະກາດ​ທີ່ທົດ​ລອງ​ການ​ບິນ​ກັບ​ຄືນ​ສູ່​ພື້ນ​ໂລກ​ຂອງ​ໂຄງ​ການ​ສຳ​ຫຼວດ​ດວງ​ຈັນ​ໄລຍະ​ທີ​ສາມ​ທີ່​ຈີນ​ຄົ້ນຄວ້າ​ແລະ​ຜະລິດ​ເອງ ​ໄດ້​ຖືກ​ຍິງ​ຂຶ້ນສູ່​ອະວະກາດດ້ວຍ​ຈະຫຼວດສົ່ງ​ຍານສາງ​ເຈິ່ງເລກ 3 ຄ​, ​ແລະ​ໄດ້​ເຂົ້າສູ່​ວົງ​ໂຄຈອນທີ່​ສາມາດ​ໜີ​ອອກ​ຈາກ​ແຮງ​ດຶງ​ຂອງ​ໜ່ວຍ​ໂລກ​ໂຄຈອນໄປສູ່​​ດວງ​ຈັນ ​ເຊິ່ງມີຈຸດ​ໃກ້​ໂລກທີ່​ສຸດສູງ 209 ກິ​ໂລ​ແມັດ ​ແລະ ຈຸດ​ໄກ​ໂລກ​ທີ່​ສຸດສູງ 413.000 ​ກິ​ໂລ​ແມັດ. ນີ້​ກໍ​ໝາຍ​ຄວາມ​ວ່າການ​ທົດ​ລອງ​ການບິນ​ກັບ​ຄືນ​ສູ່​ພື້ນ​ໂລກ​ໄດ້​ຂອງ​ໂຄງ​ການ​ສຳ​ຫຼວດ​ດວງ​ຈັນ​ຂອງ​ຈີນ​​ໄດ້​ຮັບ​ຜົນສຳ​ເລັດ​​ແລ້ວ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ