​ເລຂາທິການ​ໃຫຍ່​ສູນ​ຈີນ-ອາ​ຊຽນ:ມີ​ແຕ່​ໄດ້​ຮັບ​ຄວາ​ມ​ເຂົ້າ​ໃຈ​ແລະ​ການ​ສະໜັບສະໜູນ​ຈາກ​​ລຸ້ນໜຸ່ມ​ເທົ່າ​ນັ້ນ ການ​ພົວພັນ​ຈີນ-ອາ​ຊຽນຈຶ່ງ​ຈະ​ສາມາດ​ພັດທະນາ​ແບບ​ຍືນ​ຍົງ
2014-10-24 18:54:39  cri 

ວັນ​ທີ 23 ຕຸລາ​ນີ້, ກິດຈະ​ກໍາ​ປີ​​ແຫ່ງ​ການ​ແລກປ່ຽນ​ໄມຕີ​ຈິດ​ມິດ​ຕະພາບ​ແລະ​ວັດທະນະ​ທໍາ​ຈີນ-ອາ​ຊຽນ ​ແລະ​ພິທີ​ມອບລາງ​ວັນ​ຂອງການ​ແຂ່ງຂັນ​ການ​ຂຽນ​ບົດ​ຂັນ​ສູນ​ຈີນ-ອາ​ຊຽນທີ່​ມີ​ຫົວ​ຂໍ້​ວ່າ"ການ​ພົວພັນ​ຈີນ-ອາ​ຊຽນ​ໃນ​ສາຍຕາ​ຂອງ​ຂ້ອຍ" ​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ຈີນ-ອາ​ຊຽນທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຂອງ​ຈີນ.

ໃນ​ເວລາ​ກ່າວ​ຄໍາປາ​ໄສ​ໃນ​ພິທີ​ຄັ້ງ​ນີ້, ທ່ານ​ມາ​ໝິງສຽງ, ເລຂາທິການ​ໃຫຍ່​ສູນ​ຈີນ-ອາ​ຊຽນກ່າວ​ວ່າ: "ກິດຈະ​ກໍາ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ທີ່​ສຸດ ​ເຊິ່ງມີ​ຜົນ​ດີ​ຕໍ່​ການ​ຍົກ​ລະດັບ​ຄວາມ​ເຂົ້າ​ໃຈ​ຂອງ​​ລຸ້ນໜຸ່ມຕໍ່​ການ​ພົວພັນ​ຈີນ-ອາ​ຊຽນ, ລຸ້ນໜຸ່ມ​ບໍ່​ພຽງ​ແຕ່​ເປັນ​ອະນາຄົດ​ຂອງ​ຈີນ​ເທົ່າ​ນັ້ນ, ຍັງ​ເປັນ​ອະນາຄົດ​ຂອງ​ການ​ພົວພັນ​ຈີນ-ອາ​ຊຽນອີກ​ດ້ວຍ, ສະ​ນັ້ນ, ມີແຕ່​ໄດ້​ຮັບ​ຄວາ​ມ​ເຂົ້າ​ໃຈ​ແລະ​ການ​ສະໜັບສະໜູນ​ຈາກ​​ລຸ້ນໜຸ່ມ​ເທົ່າ​ນັ້ນ, ການ​ພົວພັນ​ຈີນ-ອາ​ຊຽນຈຶ່ງ​ຈະ​ສາມາດ​ພັດທະນາ​ແບບ​ຍືນ​ຍົງ. ​ ຜ່ານການ​ແຂ່ງຂັນ​ຂຽນ​ບົດ​ຄັ້ງນີ້ ​ ​ ​ພວກ​ເຮົາ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ຫຼວງ​ຫຼາຍ ​ແລະ​ໄດ້​ເຫັນ​ພື້ນຖານ​ດ້ານ​ສັງຄົມ​ທີ່​ແໜ້ນ​ແຟ້ນຂອງ​ການ​ພົວພັນ​ຈີນ-ອາ​ຊຽນ ​ເຊິ່ງ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ເພີ່ມ​ທະວີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ອະ​ນາ​ຄົດ​ຂອງ​ການ​ພົວພັນ​ຈີນ-ອາ​ຊຽນ ​ແລະ​ຄວາມ​ຕັດສິນ​ໃຈ​ໃນ​ການ​ເພີ່​ມທະວີ, ສະໜັບສະ​ໜູນ​ແລະ​​ໃຫ້ການ​ບໍລິການ​ແກ່​ການ​ພົວພັນ​ຈີນ-ອາ​ຊຽນ​ໃນ​ບາດກ້າວ​ຕໍ່ໜ້າ. ຫວັງ​ວ່າ​ຈະ​ມີ​ຄົນ​ສະ​ໜັບສະ​ໜູນ​​ແລະເຂົ້າຮ່ວມກິດ​ຈະ​ກໍາ​ຈີນ-ອາ​ຊຽນ​ໃຫ້​ຫຼາຍກວ່າ​ເກົ່າ, ຮ່ວມ​ກັນ​ຊຸກຍູ້​ການ​ພົວພັນ​ຈີນ-ອາ​ຊຽນພັດທະນາ​ໃຫ້​ກ້າວ​ໄປຂ້າງໜ້າ​ ​ເພື່ອ​ສັນຕິພາບ, ສະ​ເຖຍລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຂອງ​ພາກ​ພື້ນ​ນີ້."

ນັກ​ສຶກສາ 21 ຄົນ​ທີ່​ມາ​ຈາກ​ມະຫາວິທະຍາ​ໄລ​ໃນ​ທົ່ວ​ປະ​ເທດ​​ໄດ້​ຮັບລາງວັນ​ໃນ​ກິດຈະກຳ​ຄັ້ງ​ນີ້. ບົດ​ຄວາມ​ທີ່​ພາດ​ຫົວ​ເລື່ອງ​ວ່າ "ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ​ດ້ານ​ການທ່ອງທ່ຽວ​ຈີນ-ອາ​ຊຽນ" ທີ່ຂຽນ​ໂດຍ​ນາງ​ເຮີ​ຢູ​ເຈ່ຍ ຈາກ​ມະຫາວິທະຍາ​ໄ​ລຊີ່​ນານ​ໄດ້​ຮັບ​ລາງວັນ​ທີ​ໜຶ່ງ, ນາງ​ຈ່າງ​ຢູຫານ ທີ່​ມາ​ຈາກ​ມະຫາວິທະຍາ​ໄລ​ສ້າງ​ຄູ​ນານ​ກິ່ງ​ແລະ​ນາງ​ລູຊົງ​ຈີ່ ທີ່​ມາ​ຈາກ​ມະຫາວິທະຍາ​ໄລ​ຈ່ຽວທົ່ງ​ຕ້າ​ລຽນ​ໄດ້​ຮັບ​ລາງວັນ​ທີ​ສອງ, ​ເຟີ​ງກ່າວ​ລິນ ທີ່​ມາ​ຈາກ​ວິທະຍາ​ໄລ​ວິສະວະກຳ​ນິງ​ໂປ​ໄດ້​ຮັບ​ລາງວັນ​ທີສາມ, ນາງ​ເສິນ​ເຟີ​ຍ​ເຟີ​ຍ ທີ່​ມາ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ສື່ສານ​ຈີນ​ແລະ​ນັກ​ສຶກສາ​ອີກ 14 ຄົນ​ທີ່​ມາ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ອື່ນໆ​ໄດ້​ຮັບ​ລາງວັນ​ດີ​ເດັ່ນ.

ກິດຈະກຳ​ໃນ​ຄັ້ງ​ນີ້​ຍັງ​ໄດ້​ຈັດ​​ໃຫ້​ນັກ​ສຶກສາ​ທີ່​ເຂົ້າ​ຮ່ວມ​ງານ​ຕັ້ງ​ຄຳ​ຖາມ​ຕໍ່​ຜູ້ຕາງໜ້າ​ເຈົ້າ​ໜ້າ​ທີ່​ອາ​ຊຽນ​​ໂດຍ​ສະ​ເພາະ​ເພື່ອ​​ເປັນ​ໂອກາດ​ໃຫ້​ນັກ​ສຶກສາ​ທັງຫຼາຍ​ມີ​ຄວາມ​ຮັບ​ຮູ້​ຕໍ່​ວັດທະນະທຳ​ຈີນ-ອາ​ຊຽນ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ