ລາວ​ເພີ່ມ​ທະວີ​ການ​ສົ່ງ​ເສີມ​ກາ​ເຟລາວ​ເພື່ອ​ເປີດ​ກວ້າງ​ຕະຫຼາດ​ອອກ​ສູ່​ເວທີ​ສາກົນ
2014-10-24 18:39:55  cri 

ຕາມ​ຂ່າວ​CRI: ວັນ​ທີ24ຕຸລາ​ນີ້, ງານ​ມະ​ໂຫລານ​ກາ​ເຟລາວ​ຄັ້ງ​ທີ1​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ປາກ​ເຊ, ​ເທສະ​ບານ​ແຂວງ​ຈຳປາ​ສັກ​ຢ່າງຄຶກຄື້ນ. 69ບໍລິສັດ​ທັງ​ພາຍ​ໃນ​​ແລະ​ຕ່າງປະ​ເທດ​ໄດ້​ເຂົ້າ​ຮ່ວມ​ງານ​ກາ​ເຟຄັ້ງ​ນີ້, ​ເຊິ່ງ​ໄດ້​ຕັ້ງ​ຫ້ອງ​ວາງສະ​ແດງ178ຫ້ອງ, ​ເພື່ອ​ວາງສະ​ແດງ​ຜະລິດ​ຕະພັນ​ກາ​ເຟຊະນິດ​ຕ່າງໆ​ກໍ່​ຄື​ຜະລິດ​ຕະພັນ​ອ້ອມ​ຂ້າງ.

​ໃນ​ພິທີ​​ໄຂ​ງານ, ທ່ານ​ດຣ.ບຸນ​ຖອງ ດີ​ວິ​ໄຊ, ​ເຈົ້າ​ແຂວງ​ແຂວງ​ຈຳປາ​ສັກ​ທີ່​ເປັນ​ເຈົ້າພາບ​ຈັດ​ງານ​ກາ​ເຟຄັ້ງ​ທີ1ໜຶ່ງ​ກ່າວ​ວ່າ, ຈຸດປະສົງ​ແລະ​ເປົ້າ​ໝາຍຂອງ​ການຈັດ​ງານ​ບຸນ​ຄັ້ງ​ນີ້​ແມ່ນ​ເພື່ອ​ໂຄສະນາ​ແລະ​ເຜີຍ​ແຜ່​ແຜນ​ຍຸດ​ທະ​ສາດ​ການ​ສົ່ງ​ເສີມ​ກາ​ເຟລາວ​ຮອດ​ປີ2025, ​ເປັນ​ການ​ໂຄສະນາ​ເຜີຍ​​ແຜ່​ຊື່​ສຽງ​ຂອງ​ກາ​ເຟລາວ, ​ເພື່ອ​ເປັນ​ການ​ເປີດ​ກວ້າງ​ການ​ຕະຫຼາດ​ອອກ​ສູ່​ເວທີ​ສາກົນ.

​ແຫຼ່ງກຳ​ເນີ​ດຕົ້ນຕໍ​ຂອງ​ກາ​ເຟກາງຂອງ​ລາວ​ຢູ່​ເຂດ​ພູ​ພຽງ​ບໍລະ​ເວນ​, ​ເນື້ອ​ທີ່ປູກ​ກາ​ເຟປະມານ77,220​ເຮັກຕາ. ປິ2013, ປະ​ເທດລາວ​ໄດ້​ສົ່ງ​ອອກ​ກາ​ເຟ​ໄປ​ຈຳໜ່າຍ​ຢູ່​ຕ່າງປະ​ເທດ​ທັງ​ໝົດ30,180​ໂຕນ, ​ຕົ​ກ​ເປັນ​ມູນ​ຄ່າ​ປະມານ70ລ້ານ​ໂດ​ລາ, ​ເຊິ່ງ​ເປັນ​ສິນຄ້າ​ສົ່ງ​ອອກ​ອັນ​ສຳຄັນ​ຂອງ​ປະ​ເທດ​ລາວ.

1 2 3 4 5 6
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ