ຫາ​ງສຽງ​ສາກົນ​ຕີ​ລາຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ຄວາມ​ຕັດສິນ​ໃຈ​ຂອງ​ພັກ​ກອມ​ມູນິດ​ຈີນ​ໃນ​ການ​ຊຸກຍູ້​ການບໍລິຫານ​ປະ​ເທດ​ຕາມ​ກົດໝາຍ​ຢ່າງຮອບດ້ານ
2014-10-25 14:53:49  cri 

ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 4 ສະ​ໄໝ​ທີ 18 ​ຂອງ​ພັກ​ກອມ​ມູນິດ​ຈີນທີ່​ອັດ​ລົງ​​ໃນ​ວັນ​ທີ 23 ຕຸລາ​ນີ້ ​ໄດ້ພິຈາລະນາ ​ແລະຜ່ານ​ຂໍ້​ຕົກລົງ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່ຽວ​ກັບ​ບັນຫາ​ຈໍານວນ​ໜຶ່ງ​​ທີ່​ສໍາຄັນໃນ​ການຊຸກຍູ້​ການບໍລິຫານ​ປະ​ເທດ​ຕາມ​ກົດໝາຍ​ຢ່າງຮອບດ້ານ. ຫາງ​ສຽງ​ສາກົນ​ເຫັນ​ວ່າ, ຂໍ້​ຕົກລົງ​ສະບັບ​ນີ້​ໄດ້​ຊີ້​ແຈງ​ເປົ້າ​ໝາຍ​ລວມຂອງ​ຈີນ​ໃນ​ການ​ຊຸກຍູ້​ການບໍລິຫານ​ປະ​ເທດ​ຕາມ​ກົດໝາຍ​ຢ່າງຮອບດ້ານ ​ແລະ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ຂອງ​ພັກ​ກອມ​ມູນິດ​ຈີນ​ໃນ​ການ​ຊຸກຍູ້​ການບໍລິຫານປະ​ເທດ​ຕາມ​ກົດໝາຍ​ຢ່າງຮອບດ້ານ.

ໜັງສືພິມ The New York Times ຂອງ​ອາ​ເມ​ລິ​ກາ​ໄດ້​ລົງ​ພິ​ມບົດ​ຄວາມ​ຢູ່​​ເວັບ​ໄຊ​ຂອງ​ຕົນ​ ​ໂດຍ​ຂຽນ​ວ່າ, ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 4 ສະ​ໄໝ​ທີ 18 ຂອງພັກ​ກອມ​ມູນິດ​ຈີນ​ໄດ້​ຖື"ການບໍລິຫານ​ປະ​ເທດ​ຕາມ​ກົດໝາຍ"​ເປັນ​ຫົວ​ຂໍ້​ຫຼັກ ​ເຊິ່ງນີ້​ເປັນ​ຄັ້ງ​ທໍາ​ອິດ​ໃນ​ປະຫວັດສາດ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ພັກ​ກອມ​ມູນິດ​ຈີນ. ການ​ປະຕິ​ຮູບ​ດ້ານ​ກົດໝາຍ​ຕ່າງໆ​ທີ່​ໄດ້ຜ່ານໃນ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງນີ້​ຈະມີ​ຜົນ​ສະທ້ອນ​ອັນ​ເລິກ​ເຊິ່ງຍາວ​ໄກ ​ເຊິ່ງຈະ​ເຮັດ​ໃຫ້​ລະບົບກົດໝາຍຂອງຈີນມີລະບຽບ​ ແລະ​ທ່ຽງ​ທໍາ​ກວ່າ​ເກົ່າ.

ໜັງສືພິມ The Wall Street Journal ຂອງ​ອາ​ເມ​ລິ​ກາ​ໄດ້​ລົງ​ພິມ​ບົດ​ຄວາມ​ຢູ່​ເວັບ​ໄຊ​ຂອງ​ຕົນ ​ໂດຍ​ຂຽນ​ວ່າ, ​ແຜນການ​ທີ່​ວາງອອກ​​ໃນກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 4 ສະ​ໄໝທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ ຈະ​ເຮັດ​ໃຫ້​ລະ​ບົບກົດໝາຍ​ຂອງ​ຈີນ​ມີຄວາມ​ເປັນ​ເອກະລາດ ​ແລະ​ຄວາມ​ເປັນ​ວິຊາ​ການຫຼາຍກວ່າ​ເກົ່າ. ລະ​ບົບກົດໝາຍ​ຈະ​ມີ​ການສະທ້ອນ​ຄືນທີ່​ໄວ​ກວ່າ​ເກົ່າ.

ສໍານັກ​ຂ່າວສານ ITAR-TASS ຂອງຣັດ​ເຊ​ຍລາຍ​ງານ​ວ່າ, ​ເພື່ອສືບ​ຕໍ່​ລົງ​ເລິກ​ການ​ປະຕິ​ຮູບ, ຊຸກຍູ້​ບາດກ້າວ​ຂອງ​ການ​ກໍ່ສ້າງ​ສັງຄົມ​ອີ່ມໜໍາ​ສໍາລານ​ຢ່າງຮອບດ້ານ ​ແລະ​ປະຕິບັດ​ໜ້າ​ທີ່​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຂອງ​ຊາດ, ຕ້ອງ​ສ້າງ​ລະບົບ​ກົດໝາຍ​ສັງຄົມ​ນິຍົມ​ທີ່​ສົມບູນ​ຢູ່​ຈີນ.

ໜັງສືພິມ Les Échos ຂອງຝຣັ່ງລາຍ​ງານ​ວ່າ, ກອງ​ປະຊຸມ​ຄົບ​ຄະນະຄັ້ງ​ທີ 4 ສະ​ໄໝ​ທີ 18 ຂອງພັກ​ກອມ​ມູນິດ​ຈີນ​ໄດ້​ດໍາ​ເນີນ​ການ​ປຶກສາ​ຫາລື​ໂດຍ​ປິ່​ນອ້ອມ​ຫົວ​ຂໍ້​ທີ່​ວ່າ"ການບໍລິຫານ​ປະ​ເທດ​ຕາມ​ກົດໝາຍ"​ເຊິ່ງລວມທັງ​ຈະ​ຫຼຸດຜ່ອນ​ຄວາມບໍ່​ເປັນ​ລະບຽບ​​ໃນ​ການ​ຊໍາລະ​ຄະດີ ​ໂດຍ​ສະ​ເພາະ​ແມ່ນ​ການ​ຫຼຸດຜ່ອນ​ການແຊກ​​ແຊງຄະດີ​ຂອງ​ເຈົ້າ​ໜ້າ​ທີ່​ອົງການ​ປົກຄອງ​ທ້ອງ​ຖິ່ນ ​ເຊິ່ງມາດ​ຕະການ​ເຫຼົ່າ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ຂອງພັກ​ກອ​ມມູນິດ​ຈີນ​ໃນດ້ານ​ການ​ປະຕິ​ຮູບ.

ສໍານັກ​ຂ່າວສານ Prensa Latina ຂອງ​ກູ​ບາ​ລາ​ຍງານ​ໂດຍ​ອີງ​​ໃສ່ຄໍາ​ເວົ້າ​ຂອງ​ຊ່ຽວຊານ​ວ່າ, ການ​ສ້າງ​ປະ​ເທດ​ທີ່ບໍລິ​ຫານ​ຕາມ​ກົດ​ໝາຍ​ນັ້ນ ​ມີ​ຄວາມ​ສໍາຄັນ​ທີ່​ສຸດ​ໃນ​ການ​ເສີມ​ຂະຫຍາຍ​ຄວາມ​ບົ່ມ​ຊ້ອນ​ດ້ານ​ເສດຖະກິດ​ຂອງ​ຈີນ ​ແລະ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສ​ດຖະກິດ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ