ອົງການ​ອະນາ​ໄມ​ໂລກ​ກ່າ​ວວ່າ​ວັກ​ແຊັງ​ອີ​ໂບລາ​ອາດ​ຈະ​ເລີ່​ມ​ໃຊ້​ໃນ​ປີໜ້າ
2014-10-25 14:57:16  cri 

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ24 ຕຸລາ​ນີ້, ທ່ານ​ນາງ​ມາຣີ ປາວ​ເລ ​ກີ​ນີ ຜູ່​ຊ່ວຍຜູ່​ອຳນວຍ​ການ​ໃຫຍ່ອົງການ​ອະນາ​ໄມ​ໂລກ​ຫຼື​ WHO ກ່າວ​ຢູ່​ເຊີ​ແນວ​ວ່າ, ວັກ​ແຊງ​ອີ​ໂບລາ​ອາດ​ຈະ​ເລີ່​ມ​ໃຊ້​ໃນ 6 ​ເດືອນ​ຕົ້ນ​ປີໜ້າ.

ວັນ​ທີ 24 ຕຸລາ​ນີ້, ​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສຳນັກງານ​ໃຫຍ່​ WHO, ທ່ານ​ນາງ​ກີນີກ່າວ​ວ່າ, ການ​ທົດ​ລອງ​ປົວ​ພະຍາດ​ໄລຍະ​ທຳ​ອິດ​ຂອງ​ວັກ​ແຊັງສອງ​ຊະນິດ​ຄື cAd3-EBOV​ ແລະ rVSV-ZEBOV​ໄດ້ເລີ່​ມປະຕິ​ລັດຢູ່​ອາ​ເມ​ລິ​ກາ, ອັງກິດ​ແລະ​ມາລີ, ​ເດືອນ​ທັນວາ​ປີ​ນີ້​ຈະ​ໄດ້ຮັບ​ໝາກຜົນ​ເບື້ອງຕົ້ນ. ສະ​ວີສ, ​ເຢຍລະ​ມັນ, ​ເກນ​ຢາ​ແລະ​ກາ​ບົງ​ຍັງ​ຈະ​ລິ​ເລີ່​ມການ​ທົດ​ລອງທາງ​ຄວາມ​ປອດ​ໄພ​ແລະ​ຜົນ​ຕ້ານ​ເຊື້ອ​ພະຍາດ​ຂອງ​ວັກ​ແຊງ. ນອກ​ນີ້, ວັກ​ແຊັງ​ແບບ​ທົດ​ລອງອີກ 5 ຊະນິດ​ຍັງ​ຈະ​ເລີ່​ມການ​ທົດ​ລອງ​ປົວ​ພະຍາດ​ໃນ​ລະດູບານ​ໃໝ່​ປີໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ