ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ເນັ້ນ​ວ່າ​ຈະ​ຕໍ່ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ທຸກ​ຮູບ​ແບບຢ່າງ​ເດັດຂາດ
2014-10-25 15:50:07  cri 
ຕອນ​ຄ່ຳ​ວັນ​ທີ 24 ຕຸລາ​ນີ້, ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼ​ງການ, ​ໂດຍ​ກ່າວ​ປະນາມ​ເຫດການ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່​ແຂວງຊີ​ນາຍ​ເໜືອ​ຂອງ​ເອຢິບ​ທີ່​ເກີດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ​ແລະ​ກ່າວ​ຢ້ຳວ່າ ຈະ​ອີງ​ຕາມ​ພາລະ​ໜ້າ​ທີ່​ທີ່​ກຳນົດ​ໄວ້​ໃນ​ກົດ​ບັດ​ສະຫະ​ປະຊາ​ຊາດ, ​ຕໍ່ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ທຸກ​ຮູບ​ແບບຢ່າງ​ເດັດຂາດ.

​ໃນ​ຖະ​ແຫຼ​ງການ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ກ່າວ​ຢ້ຳວ່າ, ລັດ​ທິກໍ່​ການ​ຮ້າຍ​ທຸກ​ຮູບ​ແບບ​ລ້ວນ​ແຕ່​ເປັນ​ການ​ຂົ່ມຂູ່​ທີ່​ໜັກໜ່ວງ​ທີ່​ສຸດ​ຕໍ່​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ຂອງ​ສາກົນ, ບໍ່​ວ່າ​ເກີດ​ຂຶ້ນ​ໃນ​ເວລາ​ໃດ​​ແລະ​ຢູ່​ໃສ, ​ໃຜ​ເປັນ​ຜູ້​ເຮັດ ​ແລະ​ມີ​​ເຈດ​ຕະນາ​ໃດໆ, ລັດທິ​ກໍ່​ການ​ຮ້າຍ​ລ້ວນ​ແຕ່​ເປັນ​ການ​ກະທຳ​ຜິດ​ແລະ​ບໍ່​ສາມາດ​ເວົ້າ​ແກ້​ຕົວ​ໄດ້. ສະພາ​ຄວາມ​ໝັ້ນຄົງ​ກ່າວ​ຢ້ຳວ່າ ຈະ​ອີງ​ຕາມ​ພາລະ​ໜ້າ​ທີ່​ທີ່​ກຳນົດ​ໄວ້​ໃນ​ກົດ​ບັດ​ສະຫະ​ປະ​ຊາ​ຊາດ, ຕໍ່​ຕ້ານ​ລັດ​ທິກໍ່​ການ​ຮ້າຍ​ທຸກ​ຮູບ​ແບບຢ່າງ​ເດັດຂາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ