ກອງປະຊຸມເຈົ້າໜ້າທີ່ອາວຸໂສ ເພື່ອກຽມກອງປະຊຸມລັດຖະມົນຕີອາຊຽນ ດ້ານສິິ່ງແວດລ້ອມ ບໍ່ເປັນທາງການຄັ້ງທີ 15(IAMME)
2014-10-29 17:28:17  cri 


ຂ່າວຈາກ CRI: ໃນວັນທີ 29 ຕຸລາ ນີ້ ຢູ່ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ເພື່ອກະກຽມກອງປະຊຸມ ລັດຖະມົນຕີອາຊຽນ ດ້ານສິ່ງແວດລ້ອມຄັ້ງທີ 15, ໂດຍການເປັນປະທານກອງປະຊຸມຂອງ ທ່ານ ນາງ ມອນມະນີ ຍອຍບົວກ່ອງ ລັດຖະມົນຕີຊ່ວຍວ່າການ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຊຶ່ງມີຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ປະກອບດ້ວຍເຈົ້າໜ້າທີ່ອາວຸໂສ, ຄະນະບໍລິຫານງານສູນຊີວະນານາໆພັນອາຊຽນ ແລະ ບັນດາຜູ້ແທນ ຈາກປະເທດສະມາຊິກອາຊຽນທັງໝົດ 100 ກວ່າຄົນເຂົ້າຮ່ວມ.

ບັນຫາຫລັກທີ່ຈະນຳມາປຶກສາຫາລືກັນໃນກອງປະຊຸມຄັ້ງນີ້ ປະກອບດ້ວຍ: ບັນຫາກ່ຽວກັບ ການປ່ຽນແປງດິນຟ້າອາກາດ ແລະ ພາວະໂລກຮ້ອນ, ການປົກປັກຮັກສາທຳມະຊາດ ແລະ ຊີວະນາໆພັນ, ການຄຸ້ມຄອງຊັບພະຍາກອນນ້ຳ, ການບໍລິຫານ ແລະ ການຄຸ້ມຄອງສິ່ງແວດລ້ອມຕົວເມືອງ, ສິ່ງແວດລ້ອມທາງທະເລ ແລະ ຊາຍຝັ່ງ ແລະ ການສຶກສາດ້ານສິ່ງແວດລ້ອມ. ນອກຈາກນີ້ ໃນກອງປະຊຸມໃນຄັ້ງນີ້ ຍັງໄດ້ປຶກສາຫາລື ກ່ຽວກັບເຕັກໂນໂລຊີ ທີ່ເປັນມິດຕໍ່ສິ່ງແວດລ້ອມ, ການບໍລິ​ໂພກ ແລະ ຜະລິດຕະພັນ ແບບຍືນຍົງ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ.

ທ່ານ ນາງ ມອນມະນີ ຍອຍບົວກ່ອງ ລັດຖະມົນຕີຊ່ວຍວ່າການ ກະຊວງ ຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່າວວ່າ: ການຈັດກອງປະຊຸມ ລັດຖະມົນຕີອາຊຽນ ດ້ານສິ່ງແວດລ້ອມບໍ່ເປັນທາງການ ຄັ້ງທີ 15 (IAMME), ແມ່ນຈະຊ່ວຍໃຫ້ການຮ່ວມມືດ້ານສິ່ງແວດລ້ອມ ຂອງອາຊຽນ ມີການພົວພັນທີ່ດີ, ໂດຍສະເພາະ ການປ້ອງກັນສະພາບມົນລະພິດທາງອາກາດ ແລະ ການຮັກສາຊີວະນາໆພັນໃຫ້ຍືນຍົງ, ໂດຍບັນຫາທີ່ນຳມາປຶກສາຫາລື ກັນນັ້ນ ກໍຈະໄດ້ນຳໄປສະເໜີ ຕໍ່ກອງປະຊຸມລັດຖະມົນຕີອາຊຽນ ດ້ານສິ່ງແວດລ້ອມບໍ່ເປັນທາງການ ຄັ້ງທີ 15 ເພື່ອຮັບຮອງເອົາເຊິ່ງຈະໄດ້ຈັດຂື້ນ ໃນວັນທີ 30 ຕຸລາ 2014 ທີ່ ນະຄອນຫລວງວຽງຈັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ