​ວຽກງານ​ກະກຽມ​ງານ​ວາງສະ​ແດງ​ສາກົນ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21 ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍຈາກ​ສື່​ມວນ​ຊົນ​ຕ່າງປະ​ເທດ
2014-10-29 14:57:21  cri 

ນັກ​ຂ່າວ​ຂອງ​ສະຖານີ​ໂທລະພາບແຫ່ງ​ຊາດ​ລາວ​​ກໍາ​ລັງ​ດໍາ​ເນີນ​ການ​ສໍາພາດ​ໃນ​​ໄລຍະ​ຈັດ​ກິດ​ຈະ​ກໍາ​ຄັ້ງ​ນີ້.

ວັນ​ທີ 28 ຕຸລາ​ນີ້, ​ງານ​ວາງສະ​ແດງ​ສາກົນ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21​ ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວຢູ່​ນະຄອນ​ກວາງ​​ໂຈ່​ວ ​ແຂວງ​ກວາງຕຸ້ງ​ຈີນ ​ໂດຍ​ມີ​ນັກ​ຂ່າວ​ຂອງ​ສື່​ມວນ​ຊົນ​ທີ່​ສໍາຄັນ​ຂອງ​ລາວ, ມາ​ເລ​ເຊຍ, ​ໂມຣີຕາ​ນີ, ນີ​ເຊຣີ, ອິນ​​ເດຍ, ອີ​ຕາ​ລີ, ກໍາ​ປູ​ເຈຍ, ສິງກະ​ໂປ ​ແລະ​ໄທ ​ໄດ້​ເຂົ້າຮ່ວມ​ກອງ​ປະ​ຊຸມຂ່າວ​ຄັ້ງ​ນີ້ ​ໂດຍ​ໄດ້ສອບ​ຖາມ​ກ່ຽວ​ກັບ​ສະພາບ​ຂອງ​ການ​ຄ້າ​ສອງ​ຝ່າຍ​ ​ແລະ​ສະພາບ​ກ່ຽວ​ກັບ​ວິ​ສາ​ຫະກິດ​​ທີ່​ຈະເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ຄັ້ງ​ນີ້.

​ໃນ​ເວລາ​ຕອບ​ຄໍາ​ຖາມ​ຈາກ​ນັກ​ຂ່າວ, ທ່ານ​ອູ​ຈູ​ນ, ຮອງ​ຫົວໜ້າ​ພະ​ແນ​ກການ​ຄ້າ​ແຂ​ວງກວາງຕຸ້ງ, ​ຫົວໜ້າ​ຄະນະເລຂາ​ຄ​ະນະ​ກໍາມະການ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ສາກົນ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21 ​ເຜີ​ຍ​ໃຫ້ຮູ້​ວ່າ, ຈະ​ຕັ້ງໜ້າ​ສົ່ງ​ເສີມ​ວິ​ສາ​ຫະກິດ​ທີ່​ມີ​ກໍາລັງ​ແຮງ​ຕົວ​ຈິງ​ຢູ່​ແຂ​ວງກວາງຕຸ້ງ​ໃຫ້​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພື້ນຖານ​ໂຄ​ງລ່າງ​ຢູ່​ປະ​ເທດ​ທີ່​ຢູ່ລຽບຕາມ​ເສັ້ນທາງ​ສາຍ​ໄໝ​ທາ​ງທະ​ເລ ​ແລະເຂົ້າ​ຮ່ວມການ​ຮ່ວມ​ມື​ດ້ານ​ຊັບພະຍາກອນ​ແລະ​ພະລັງງານ ໂດຍ​ຜ່ານ ງານ​ວາງສະ​ແດງ​ສາກົນ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21, ຊຸກຍູ້​ການ​ເຕີບ​​ໂຕ​ຂອງ​ຕະຫຼາດ​ການ​ທ່ອງ​ທ່ຽວ, ​ດໍາ​ເນີນ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ດ້ວຍ​ຮູບ​ການ​ເຂດ​ນິຄົມ​ອຸດສາຫະກໍາ ​ແລະ​ອື່ນໆ.

ກອງປະຊຸມ​ຂ່າວ​ຄັ້ງ​ນີ້​ເປັນ​ໜຶ່ງ​ໃນ​ກິດຈະ​ກໍາ​ຕ່າງໆ​ຂອງ​ກິດຈະ​ກໍາທີ່​ວ່າ "​ສື່ມວນ​ຊົນ​ທີ່​ສໍາຄັນ​ຂອງ​ປະ​ເທດ​​ເອີຣົບ​ແລະ​ປະ​ເທດ​ທີ່ຢູ່​ລຽບ​ຕາມ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ຮັບ​ຮູ້​​ແຂວງ​ກວາງຕຸ້ງ​ຈີນ."

 

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ