ງານ​ວາງສະ​ແດງ​​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ເປັນ​ເວທີ​ທີ່​ດີ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າ​ງຈີນ​ກັບປະ​ເທດ​ຢູ່​ຕາມ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ
2014-11-01 17:42:14  cri 

ງານ​ວາງສະ​ແດງ​ສາກົນ​ເສັ້ນທາງ​ສາ​ຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21 ປີ 2014 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຕຸ່ງກວນ​ແຂວງ​ກວາງຕຸ້ງ​ຂອງ​ຈີນ​ໃນ​ວັນ​ທີ 31 ຕຸລາ​​ແລ້ວນີ້​. ທ່ານ​ນາງສຸກ​ສະ​ຫວັນ ​ແກ້ວ​ດາບົດ, ນັກ​ຂ່າວ​ໂທລະພາບ​ແຫ່ງ​ຊາ​ດລາວ​ທີ່​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ກ່າວ​ວ່າ, ງານ​ວາງສະ​ແດງ​ເສັ້ນທາ​ງສາຍ​ໄໝ​ທາງ​ທະ​ເລ​ເປັນ​ເວທີ​ທີ່​ດີ​ໃນການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າ​ງຈີນ​ກັບປະ​ເທດ​ຢູ່​ຕາມ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ, ຫວັງ​ວ່າ​ປະ​ເທດ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ໃນ​ຄັ້ງ​ນີ້​ເພີ່ມ​ທະວີ​ຄວາມ​ຮັບ​ຮູ້​ເຊິ່ງກັນ​ແລະ​ກັນ, ​ໂຄສະນາ​ເຜີຍ​ແຜ່​ຜະລິດ​ຕະພັນ​ຂອງ​ຕົນ​ແລະ​ເປີດ​ກວ້າງ​ຕະຫຼາດ​ໂດຍ​ຜ່ານ​ເວທີ​ແຫ່ງ​ນີ້."

ນາງສຸກ​ສະ​ຫວັນເຫັນ​ວ່າ, ງານ​ວາງສະ​ແດງ​ໃນ​ຄັ້ງ​ນີ້​ໄດ້​ດຶງ​ດູດ​ປະ​ເທດ​ຢູ່​ຕາມ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ຫຼາຍ​ປະ​ເທດ​ໄປ​ເຂົ້າ​ຮ່ວມ​ເຊິ່ງ​​ໄດ້​ວາງສະ​ແດງ​ໃຫ້​ເຫັນ​ຜະລິດ​ຕະພັນ​ທີ່​ມີ​ເອກະ​ລັກ​ພິ​ເສດ​ຂອງ​ປະ​ເທດ​ເຫຼົ່າ​ນີ້. ການວາງສະ​ແດງ​ເຫຼົ່າ​ນີ້​ສາມາດ​ຊ່ວຍ​ປະ​ເທດ​ຕ່າງໆ​ເປີດ​ກວ້າງ​ຕະຫຼາດ​ໃໝ່, ​ເປີດ​ກວ້າງ​ຂະໜາດ​ຂອງ​ການ​ທຸລະ​ກິດ, ​ແລະ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ຂອງ​ທ້ອງ​ຖິ່ນ.

​ເມື່ອ​ເວົ້າ​ເຖິງ​ໝາກຜົນ​ທີ່ຕົນ​ເອງ​ໄດ້​ຮັບ​ໃນ​ງານ​ວາງ​ໃນ​ຄັ້ງ​ນີ້, ນາງສຸກ​ສະຫວັນ​ກ່າວ​ວ່າ, ຈີນ​ແລະ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ງານ​ໄດ້​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ​ໂດຍ​ຜ່ານ​ການ​ແລກປ່ຽນ​ໃນ​ຫຼາຍ​ດ້ານ​ແລະ​ຫຼາຍ​ລະດັບ. ​ເວົ້າ​ສຳລັບ​ປະ​ເທດ​ລາວ​ແລ້ວ, ຜ່ານ​ການ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ໃນ​ຄັ້ງ​ນີ້, ປະ​ເທດ​ລາວ​ສາມາດ​ຖອດ​ຖອນ​ບົດຮຽນ​ນຳ​ປະ​ເທດ​ອື່ນໆທີ່​ເຂົ້າ​ຮ່ວມ​ງານ​​ໃນ​ຫຼາຍ​ດ້ານ​ໂດຍ​ສະ​ເພາະ​ໃນ​ດ້ານ​ເສດຖະກິດ​ການ​ຄ້າ​ແລະ​ການ​ເປີດ​ກວ້າງ​ຕະຫຼາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ