ຕຳຫຼວດ​ທະ​ເລ​ຂອງ​ມາ​ເລ​ເຊຍ​ໄດ້​ຈັບ​ຕົວ​ໂຈນ​ສະຫຼັດ 9 ຄົນ​ຢູ່​ເທິງ​ກຳ​ປັ່ນຂົນ​ສົ່ງ​ນ້ຳມັນ​ຢູ່​ເຂດ​ທະ​ເລ​ເປີ​ນ​ເກີຣາງລັດ​ໂຈ​ໂຮ​
2014-11-03 14:48:06  cri 
ຫວ່າງ​ມໍ່ໆ​ມາ​ນີ້, ​ໃນຂະນະ​ທີ່ກວດກາ​ກຳ​ປັ່ນ​ຂົນ​ສົ່ງ​ນ້ຳມັນ​ຂະໜາດ​ໃຫຍ່​ລຳ​ໜຶ່ງ​ຢູ່​ເຂດ​ທະ​ເລ​ເປີ​ນ​​ເກີຣາງລັດ​ໂຈ​ໂຮ​ຂອງ​ມາ​ເລ​ເຊຍ, ຕຳຫຼວດ​ທ​ະ​ເລ​ຂອງ​ມາ​ເລ​ເຊຍ​ໄດ້​ພົບ​ເຫັນວ່າ​ມີ​ກະລາສີ 4 ຄົນ​ຖືກ​ເຊື່ອງ​ໄວ້​ຢູ່​ໃນ​ກຳ​ປັ່ນ. ​ແລະ​ໄດ້​ກວດ​ພົບ​ໂຈນ​ສະຫຼັດ​ອີກ 9 ຄົນ​ພ້ອມ​ດ້ວຍ, ພ້າ 10 ດວງ​ແລະ​ອາວຸດ​ອັນ​ແຫຼມ​ຄົມ​ອື່ນໆ​ຢູ່​ໃນ​ເຮືອ.ຫຼັງ​ຈາກ​ນັ້ນ, ຕຳຫຼວດ​ທາງ​ທະ​ເລ​ໄດ້​ຈັບ​ຕົວ​​ເຂົາ​ເຈົ້າໄດ້​ໝົດ​​ໃນບາດ​ດຽວ, ນີ້​ກໍ່​ແມ່ນ​ການ​ຈັບ​ຕົວ​ໂຈນ​ສະຫຼັດ​ຢູ່​ເຂດ​ທະ​ເລ​ໂຈ​ໂຮ​ຂອງ​ທ້ອງ​ຖິ່ນ​ເປັນ​ຄັ້ງ​ທຳ​ອິດ.

​ເຂດ​ທະ​ເລ​ເປີ​ນ​ເກີຣາງ​ແລະ​ຊ່ອງ​ແຄບ​ສິງກະ​ໂປ​ທີ່​ຢູ່​ໃກ້​ກັນ​ ​ແລະ ​ຊ່ອງ​ແຄບ​ມາ​ລັກ​ກາທາງ​ແຄມ​ຝັ່ງ​ທິດຕາ​ເວັນ​ຕົກ​ຂອງ​ແຫຼມ​​ມາ​ເລ​ເຊຍ​ແມ່ນ​ໜຶ່ງ​ໃນ​ເສັ້ນທາງ​ທະ​ເລ​ທີ່​ມີ​ການ​ໄປມາຫາສູ່​ກັນ​​ເປັນ​ປະຈຳ​ແລະ​ກໍ່​ເປັນ​ເຂດ​ທະ​ເລ​ທີ່​ມີ​ໂຈ​ນສະຫຼັດ​ເຄື່ອນ​ໄຫວ​​ຫຼາຍ​ທີ່​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ