ນາຍົກລັດຖະມົນຕີຈີນຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປິ່ນ​ອ້ອມ​ກອງ​ປະ​ຊຸມ​ສຸດ​ຍອດ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ
2014-11-05 18:14:10  cri 
ວັນ​ທີ 5 ພະຈິກ​ນີ້, ທ່ານ​ສິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ປະກາດ​ວ່າ, ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເທັນ​ເຊັນ, ປະທານາທິບໍດີສະຫະພາບ​ມຽນມາ, ປະ​ເທດ​ປະທານ​ໝູນວຽນ​ຂອງ​ອາ​ຊຽນ. ທ່ານ​ຫຼີ​ເຄີ້ສຽງ  ນາຍົກລັດຖະມົນຕີຈີນຈະ​ເດີນທາງ​ໄປ​ມຽນມາ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດ​ຍອດ​ຈີນ-ອາ​ຊຽນຫຼື ອາ​ຊຽນບວກໜຶ່ງ​ຄັ້ງ​ທີ 17, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນກັບ​ຈີນ, ຍີ່​ປຸ່ນ​ແລະ​ສ ​ເກົາຫຼີ ຫຼືອາ​ຊຽນ ບວກ 3 ຄັ້ງ​ທີ 17 ​ແລະ​ກອງ​ປະຊຸມ​ສຸດຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 9 ​ເຊິ່ງຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 12 ຫາ​ວັນ​ທີ 14 ພະຈິກ​ນີ້​ຢູ່​ນະຄອນຫຼວງ​ເນ​ປີ​ດໍ​, ພ້ອມ​ທັງ​ຍັງ​ຈະດຳ​ເນີນ​ການ​ຢ້ຽມຢາມ​ມຽນມາ​ຢ່າງ​ເປັນ​ທາງ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ