ຫວ່າງບໍ່ດົນມານີ້, ທ່ານຫວາງຢີ້ ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນໄດ້ກ່າວປາຖະກະຖາພາຍໃຕ້ຫົວຂໍ້ "ຈີນພ້ອມແລ້ວທີ່ຈະເປັນເຈົ້າພາບຈັດກອງປະຊຸມ APEC ປັກກິ່ງ" ເຊິ່ງຢືນຢັນວ່າ ຈີນຄອງຄອຍວ່າເສດຖະກິດອາຊີປາຊີຟິກຈະມີການເຕີບໂຕໄປໃນທາງທີ່ດີກວ່າເກົ່າ, ຄອງຄອຍ APEC ຈະມີບົດບາດຫຼາຍກວ່າເກົ່າໃນດ້ານນີ້.
ຈີນກຽມພ້ອມແລ້ວ, ມັນບໍ່ແມ່ນກຽມພ້ອມສະເພາະແຕ່ກອງປະຊຸມ APEC ໃນຄັ້ງນີ້ເທົ່ານັ້ນ, ແຕ່ເປັນການກະກຽມມາເປັນເວລາ 25 ປີແລ້ວ, ໃນໄລຍະ 25 ປີຜ່ານມານີ້, ຈີນໄດ້ນັດກັບ APEC 5 ເທື່ອ, ເຊິ່ງເປັນສັກຂີພິຍານໃຫ້ແກ່ການພົວພັນລະຫວ່າງຈີນກັບ APEC ທີ່ມີການພັດທະນາເປັນຢ່າງດີຍ້ອນມີການກະກຽມຢ່າງເຕັມທີ່.
ຄັ້ງທຳອິດ: ການນັດພົບກັນໃນຮອບ 25 ປີ--- ສະພາບໃໝ່ຂອງອາຊີປາຊີຟິກ
ກ່ອນສົງຄາມເຢັນໄດ້ສິ້ນສຸດລົງ, ອົງການ APEC ກໍໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1989, ມາຮອດປັດຈຸບັນເປັນໄລຍະເວລາ 25 ປີແລ້ວ. ປີ 1991, ສະຫະພາບໂຊວຽດແຕກສະຫຼາຍ, ສົງຄາມເຢັນສິ້ນສຸດລົງ. ກໍແມ່ນໃນປີນັ້ນ, ຈີນໄດ້ເຂົ້າເປັນສະມາຊິກຂອງ APEC. APEC ເປັນອົງການຮ່ວມມືເສດຖະກິດລະດັບພາກພື້ນອົງການທຳອິດທີ່ຈີນໄດ້ເຂົ້າຮ່ວມຫຼັງສົງຄາມເຢັນສິ້ນສຸດລົງ.
ສະຫະພາບໂຊວຽດແລະເອີຣົບຕາເວັນອອກແຕກສະຫຼາຍກັບການລວມຕົວຂອງອາຊີປາຊີຟິກເປັນສອງເລື່ອງທີ່ເກີດຂຶ້ນເກືອບພ້ອມກັນ ເຊິ່ງສະແດງໃຫ້ເຫັນເຖິງສອງຮູບແບບແລະຊະຕາກຳສອງຢ່າງ. ທຸກມື້ນີ້, ກຳລັງທາງລົບທີ່ເປັນແຫຼ່ງກຳເນີດຂອງຄວາມວຸ້ນວາຍໄດ້ສະສົມຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງຢູ່ພາກພື້ນອະດີດສະຫະພາບໂຊວຽດ-ເອີຣົບຕາເວັນອອກ, ໃນທີ່ສຸດໄດ້ເຮັດໃຫ້ວິກິດການອູແຣນລະເບີດຂຶ້ນຄັ້ງໃຫຍ່ທີ່ມີລັກສະນະເປັນໄລຍະ. ສ່ວນ APEC ໄດ້ເປັນສັກຂີພິຍານໃຫ້ເຫັນເຂດອາຊີປາຊີຟິກກ້າວໄປສູ່ສັນຕິພາບແລະຄວາມຈະເລີນຮຸ່ງເຮືອງ, ກາຍເປັນທິດທາງທີ່ຈຸດສຸມຂອງໂລກຈະຍົກຍ້າຍໄປ, APEC ໄດ້ຊຸກຍູ້ເສດຖະກິດພາກພື້ນອາຊີປາຊີຟິກໃຫ້ລວມເຂົ້າກັນ, ເປີດໂອກາດໃຫ້ແກ່ຈີນມີສ່ວນຮ່ວມປະກອບເຂົ້າໃນການພັດທະນາເສດຖະກິດອາຊີປາຊີຟິກ. ດ້ວຍເຫດນີ້, ກອງປະຊຸມ APEC ປັກກິ່ງ ມີຄວາມໝາຍດ້ານການຕອບແທນບຸນຄຸນ.
ຄັ້ງທີ 2: ການນັດພົບກັນໃນຮອບ 20 ປີ--- ຍິ່ງຫຼາຍຍິ່ງດີ
ກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການ APEC ທີ່ຈັດຂຶ້ນຢູ່ອິນໂດເນເຊຍເມື່ອປີ 1994 ໄດ້ວາງເປົ້າໝາຍໂປໂກ (Bogor Goals),ເຊິ່ງມີຈຸດປະສົງເພື່ອພະຍາຍາມສູ້ຊົນຮອດປີ 2020 ເຮັດໃຫ້ການຄ້າແລະການລົງທຶນໃນພາກພື້ນແຫ່ງນີ້ຫັນເປັນແບບເສລີ. ແຕ່ໃນໄລຍະ 20 ປີຜ່ານມາ, ຂະບວນການດັ່ງກ່າວນີ້ໄດ້ພົບຄວາມຫຍຸ້ງຍາກລຳບາກຫຼາຍທີ່ສຸດ, ບໍ່ວ່າປະເທດທີ່ກຳລັງພັດທະນາຫຼືປະເທດທີ່ພັດທະນາແລ້ວ ກໍຍາກທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວນີ້ໄດ້. ພ້ອມດຽວກັນນັ້ນ, ຢູ່ໃນພາກພື້ນອາຊີປາຊີຟິກ, ສັນຍາການຄ້າປະເພດຕ່າງໆເຊັ່ນສັນຍາການຄ້າສອງຝ່າຍ, ສັນຍາການຄ້າອະນຸພາກພື້ນ ແລະສັນຍາການຄ້າພາກພື້ນໄດ້ພັດທະນາຢ່າງວ່ອງໄວ ມີທັງໝົດ 56 ສະບັບ.
ໃນໄລຍະດັ່ງກ່າວ, ໃນດ້ານໜຶ່ງ, ຈີນໄດ້ຕັ້ງໜ້າເພື່ອບັນລຸເປົ້າໝາຍ Bogor Goals, ພັດທະນາການພົວພັນດ້ານເສດຖະກິດການຄ້າສອງຝ່າຍກັບສະມາຊິກ APEC ຢ່າງຕັ້ງໜ້າ ເຊິ່ງໄດ້ເຮັດໃຫ້ລະດັບເພີ່ງພາອາໄສກັນກັບອົງກອນເສດຖະກິດອາຊີປາຊິຟິກເພີ່ມຂຶ້ນຢ່າງວ່ອງໄວ. ອີກດ້ານໜຶ່ງ, ຈີນໄດ້ປັບຕົວເຂົ້າ ແລະຊຸກຍູ້ທ່ວງທ່າຂະຫຍາຍຕົວແຫ່ງການພັດທະນາໃຫຍ່ຂອງສັນຍາວ່າດ້ວຍການຄ້າເສລີພາກພື້ນອາຊີຕາເວັນອອກ, ຮ່ວມກັບປະເທດອາຊີຕາເວັນອອກເພື່ອສະກັດກັ້ນວິກິດການດ້ານການເງິນຂອງອາຊີໃນປີ 1997, ສ້າງເວທີໃໝ່ແຫ່ງການຮ່ວມມືທາງເສດຖະກິດຂອງພາກພື້ນອາຊີຕາເວັນອອກ ແລະເຊັນສັນຍາວ່າດ້ວຍການຄ້າເສລີກັບອາຊຽນ ແລະປະເທດອື່ນໆ. ພາຍຫຼັງວິກິດການດ້ານການເງິນໃນປີ 2008, ຈີນໄດ້ນໍາໃຊ້APEC ແລະເວທີແຫ່ງການຮ່ວມມືອາຊີຕາເວັນອອກໃຫ້ເຕັມທີ່ຫຼາຍກວ່າເກົ່າ ເພື່ອຮ່ວມກັນສະກັດກັ້ນວິກິດການດ້ານການເງິນສາກົນ.
ຄັ້ງທີ 3: ການນັດກັນໃນຮອບ 13 ປີ--ຮ່ວມມືກັບອາຊີປາຊິຟິກ
ໃນປີ 2001, ຢູ່ນະຄອນຊຽງໄຮຂອງຈີນໄດ້້ຈັດກອງປະຊຸມສຸດຍອດບໍ່ເປັນທາງການຂອງ APEC ເຊິ່ງເປັນຄັ້ງທໍາອິດທີ່ຈີນເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວ ໂດຍໄດ້ເຊື້ອເຊີນປະເທດຕ່າງໆມາປຶກສາຫາລືຈະນໍາພາອາຊີປາຊິຟິກເຂົ້າສູ່ສະຕະວັດທີ 21 ແນວໃດ. ແຕ່ຍ້ອນໄດ້ເກີດເຫດການ 11 ກັນຍາ, ຈີນຈຶ່ງໄດ້ມີຄວາມເປັນຫ່ວງວ່າທ່ານ George W. Bush, ອະດີດປະທານາທິບໍດີອາເມລິກາຈະບໍ່ສາມາດຮ່ວມປະຊຸມຕາມການນັດໄວ້. ໃນທີ່ສຸດ, ທ່ານ Bush ໄດ້ເດີນທາງມາເຖິງນະຄອນຊຽງໄຮໂດຍຖືເອົາຫົວຂໍ້ປຶກສາຫາລືກ່ຽວກັບການຕໍ່ຕ້ານການກໍ່ການຮ້າຍ ແລະໄດ້ຮ່ວມກັບຈີນຊຸກຍູ້ການຮ່ວມມືສາກົນຕໍ່ຕ້ານການກໍ່ການຮ້າຍ. ໃນໄລຍະກະກຽມກອງປະຊຸມ APEC ປີນີ້, ຈີນກໍເຄີຍມີຄວາມເປັນຫ່ວງວ່າທ່ານບາຣັກ ໂອບາມາ, ປະທານາທິບໍດີອາເມລິກາຈະສາມາດມາຮ່ວມປະຊຸມຕາມການນັດກັນຫຼືບໍ່ ຍ້ອນຢູ່ໃນອາເມລິກາກໍາລັງຈັດການເລືອກຕັ້ງໄລຍະກາງທີ່ເປັນໄລຍະທີ່ສໍາຄັນ ແລະຢູ່ນອກອາເມລິກາ, ກຸ່ມ IS ກໍາລັງກໍ່ການຮ້າຍ. ເມື່ອເບິ່ງສະຖານະການໃນປັດຈຸບັນແລ້ວເຫັນວ່າ, ທ່ານໂອບາມາບໍ່ພຽງແຕ່ຈະມາຮ່ວມປະຊຸມເທົ່ານັ້ນ, ຍັງຈະປຶກສາຫາລືກ່ຽວກັບການຮ່ວມມືສາກົນດ້ານການຕໍ່ຕ້ານການກໍ່ການຮ້າຍຮອບໃໝ່. ການຮ່ວມມືຈີນ-ອາເມລິກາຄວນເປັນເນື້ອໃນທີ່ເໝາສົມຂອງການພົວພັນແບບໃໝ່ລະຫວ່າງປະເທດໃຫຍ່ຈີນ-ອາເມລິກາ.
ຄັ້ງທີ 4: ການນັດກັນໃນຮອບ 10 ປີ--ຢຸດຕິຂໍ້ຂັດແຍ້ງດ້ວຍການຮ່ວມມື
ໃນປີ 2004, ການາດາໄດ້ລິເລີ່ມສ້າງເຂດການຄ້າເສລີອາຊີປາຊິຟິກ. ແຕ່ຫຼັງຈາກນັ້ນຫຼາຍປີ, ການຮ່ວມມືອາຊີຕາເວັນອອກມີທ່າອ່ຽງພັດທະນາດີກວ່າ APEC. ໃນຂອບການຮ່ວມມືອາຊີຕາເວັນອອກ, ຈີນໄດ້ຕັ້ງໜ້າຊຸກຍູ້ສັນຍາວ່າດ້ວຍເຂດການຄ້າເສລີ 10+3, ສ່ວນຍີ່ປຸ່ນໄດ້ສະແດງເຈດຕະນາເປັນຜູ້ນໍາພາສັນຍາວ່າດ້ວຍເຂດການຄ້າເສລີ 10+6. ແຕ່ບໍ່ວ່າແມ່ນ10+3 ຫຼື 10+6, ລ້ວນແຕ່ບໍ່ໄດ້ລວມທັງອາເມລິກາ. ອາເມລິກາມີຄວາມເປັນຫ່ວງວ່າ ການຮ່ວມມືອາຊີຕາເວັນອອກຈະເຮັດໃຫ້ມະຫາສະໝຸດປາຊິຟິກກາຍເປັນຊ່ອງຫວ່າງລະຫວ່າງອາເມລິກາກັບອາຊີຕາເວັນອອກ, ສະນັ້ນຈຶ່ງເປັນຜູ້ນໍາພາໃນການເຈລະຈາກ່ຽວກັບການຄ້າເສລີ APEC ອີກຄັ້ງໃໝ່ ໂດຍມີເຈດຕະນາຢຸດຕິຂໍ້ຂັດແຍ່ງລະຫວ່າງອາຊີຕາເວັນອອກກັບອາຊີປາຊິຟິກດ້ວຍເຂດການຄ້າເສລີອາຊີປາຊິຟິກທີ່ມີບໍລິເວນກວ້າງຂວາງກວ່າເກົ່າ, ແຕ່ບໍ່ໄດ້ປະສົບຜົນສໍາເລັດຍ້ອນມີຜູ້ຕິດຕາມໜ້ອຍ. ຫຼັງຈາກນັ້ນ, ພາກພື້ນອາຊີປາຊິຟິກໄດ້ເຂົ້າສູ່ໄລຍະທີ່ສັນຍາຕ່າງໆວ່າດ້ວຍການຄ້າພາກພື້ນທີ່ມີການແຂ່ງຂັນດຸເດຶອດທີ່ສຸດ.
ໃຜຈະເປັນຜູ້ໄກ່ເກ່ຍຂອງເຂດອາຊີປາຊີຟິກ?ໃນຂະນະນີ້, ປະເທດຈີນທີ່ເຊື່ອວ່າ "ມະຫາສະໝຸດປາຊີຟິກແມ່ນກວ້າງຂວາງຢ່າງພຽງພໍ" ໄດ້ສະເໜີອອກຄຳຂວັນທີ່ວ່າ "ຄວາມປອງດອງກັນເປັນສິ່ງສຳຄັນ", ໄດ້ຮັບເອົາອະດີດສັນຍາຂອງອາເມລິກາ, ແລະຊຸກຍູ້ເຂດການຄ້າເສລີອາຊີປາຊີຟິກທີ່ກວ້າງຂວາງ, ເປີດປະຕູແລະມີລັກສະນະກວມລວມ.
ຄັ້ງທີ 5: ການນັດພົບກັນໃນຮອບ 1 ປີ----ຖືໜັກແລະປະຕິບັດຕາມຄຳໝັ້ນສັນຍາ
ໃນທ້າຍປີ 2013, ທ່ານສີຈິ້ນຜີງ, ປະທານປະເທດຈີນໄດ້ເດີນທາງໄປເກາະບາຫຼີແລະເຂົ້າຮ່ວມກອງປະຊຸມ APEC ເປັນຄັ້ງທຳອິດ, ໂດຍໄດ້ໃຫ້ຂໍ້ລິເລີ່ມຕ່າງໆເຊັ່ນ, ໃຫ້ອາຊີປາຊີຟິກເຊື່ອມຕໍ່ກັນແລະມີການເຕີບໂຕດ້ວຍການປະດິດສ້າງໃໝ່ເປັນຕົ້ນ. ໃນເວລາ 1 ປີມານີ້, ຈີນໄດ້ສະເໜີຂໍ້ລິເລີ່ມ 50 ກວ່າຂໍ້ທີ່ມີຜົນດີຕໍ່ການພັດທະນາຂອງ APEC ແລະພາກພື້ນ, ໄດ້ກວມຂໍ້ລິເລີ່ມທັງໝົດ 50% ຂຶ້ນໄປທີ່ສະມາຊິກ APEC ສະເໜີອອກ.
ທີ່ຈິງແລ້ວ, ຈີນເສີມຂະຫຍາຍໜ້າທີ່ຮັບຜິດຊອບໃນພາກພື້ນບໍ່ແມ່ນເລື່ອງງ່າຍ: ຖ້າຈີນບໍ່ເສີມຂະຫຍາຍບົດບາດ, ປະເທດອື່ນກໍ່ທວງໃຫ້ຈີນເສີມຂະຫຍາຍບົດບາດ. ແຕ່ໃນເວລາຈີນເສີມຂະຫຍາຍບົດບາດແລ້ວ, ຄວາມສົງໄສແລະຂໍ້ຈຳກັດຕ່າງໆຈາກປະເທດອື່ນກໍ່ໄດ້ຕິດຕາມມາແລ້ວ.
ຄິດວ່າໂດຍຜ່ານການນັດພົບກັນຢ່າງກ້າຫານທີ່ຈັດກອງປະຊຸມ APEC ຢູ່ປັກກິ່ງເທື່ອນີ້, ທ່າທີຂອງຈີນທີ່ເສີມຂະຫຍາຍບົດບາດທີ່ເປັນປະເທດໃຫຍ່ຈະສຸກແກ່ກວ່າເກົ່າ: ອັນທີໜຶ່ງແມ່ນປະຕິບັດຕາມອຸດົມການອັນຍິ່ງໃຫຍ່ທີ່ບັນລຸໃຫ້ເສດຖະກິດອາຊີປາຊີຟິກເຊື່ອມໂຍງເຂົ້າກັນຢ່າງເດັດດ່ຽວ, ແລະປະເຊີນກັບຄວາມຫຍຸ້ງຍາກຢ່າງກ້າຫານ, ອັນທີສອງແມ່ນປະເຊີນກັບຄວາມຈຳກັດແລະຄວາມຫຍຸ້ງຍາກຕ່າງໆທີ່ຢູ່ໃນຕົວແລະນອກຕົວ, ຜ່ອນສັ້ນຜ່ອນຍາວຢ່າງມີຫົວຄິດປະດິດສ້າງໂດຍຜ່ານການເຈລະຈາ, "ດຳເນີນການເຈລະຈາກັນໃນເວລາພົບຄວາມຫຍຸ້ງຍາກ"; ພາຍຫຼັງກ້າວເຖິງຄວາມເຫັນເປັນເອກະສັນກັນແລ້ວ, ຊຸກຍູ້ການປະຕິບັດວຽກງານຢ່າງເປັນກ້າວໆແລະແທ້ຈິງ, ແລະ "ເຮັດວຽກໂດຍຜ່ານຜ່າຄວາມຫຍຸ້ງຍາກ".