ນາຍົກ​ຈີນຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ຕ່າງໆຂອງຜູ້ນຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ອາຊີ​ຕາ​ເວັນ​ອອກ​ແລະ​ຈະ​ຢ້ຽມຢາມ​ມຽນມາ
2014-11-07 14:25:02  cri 
ວັນ​ທີ 6 ພະຈິກນີ້, ​ໃນກອງປະຊຸມຖະ​ແຫຼ​ງຂ່າວຕໍ່ສື່ມວນ​ຊົນ​ຂອງຈີນແລະຕ່າງປະເທດ​ທີ່​ປັກ​ກິ່ງ, ທ່ານ​ລິວ​ເຈີ້ນ​ໝີ​ນ, ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວວ່າ, ນັບແຕ່ວັນທີ 12 ຫາ 14 ພະຈິກນີ້, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ຕ່າງໆຂອງຜູ້ນຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ອາຊີ​ຕາ​ເວັນ​ອອກຕາມ​ຄຳ​ເຊີນທີ່​ຈະ​ຈັດ​ຂຶ້ນ​ຢູ່​ມຽນມາ, ທັງ​ຈະ​ຢ້ຽມຢາມ​ມຽນມາ​ຢ່າງ​ເປັນ​ທາງ​ການ​ຫຼັງ​ຈາກ​ກອງ​ປະຊຸມ​ສິ້ນ​ສຸດ​ລົງ.

​ກອງ​ປະຊຸມ​ຕ່າງໆຂອງຜູ້ນຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ອາຊີ​ຕາ​ເວັນ​ອອກ​​ ​ແມ່ນກົນ​ໄກ​ທີ່​ຈັດຂຶ້ນ​ເພື່ອ​ໃຫ້ 10 ປະ​ເທດ​ຂອງ​ອາ​ຊຽນກັບ​ຈີນ,ຍີ່ປຸ່ນ,ສ.​ເກົາຫຼີ,ອາ​ເມ​ລິ​ກາ,ຣັດ​ເຊຍ​ແລະປະ​ເທດ​ອື່ນໆ ​ໄດ້ດຳ​ເນີນ​ການ​ສົນທະນາ​ແລະ​ການ​ຮ່ວມ​ມື​ກັນ,​ ​ໂດຍ​ໄດ້ຜັນ​ປ່ຽນກັນ​ຈັດ​ຂຶ້ນ​ຢູ່​ປະ​ເທດ​ໃນ​ອາ​ຊຽນ​ໃນ​​ໄຕ​ມາດທີ 4 ທຸກໆ​ປີ, ຊື່​ງລວມມີ​ກອງ​ປະຊຸມ​ຜູ້ນຳ​ຈີນ​ກັບ​ອາ​ຊຽນ​ຫຼື 10+1 , ກອງ​ປະຊຸມ​ຜູ້ນຳ​ລະຫວ່າງ​ອາ​ຊຽນກັບ ຈີນ,ຍິ່ປຸ່ນ​ແລະ​ສ.​ເກົາຫຼີ ຫຼື 10+3 ແລະ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​(EAS). ​ໃນ​ກອງ​ປ​ະຊຸມ10+1 ປີ​ກາຍ​ນີ້, ທ່ານ​ຫຼີ​ເຄີ້ສຽງ,ນາຍົກລັດຖະມົນຕີຈີນ​ໄດ້​ສະ​ເໜີຂອບ​​ກ່ຽວ​ກັບ​ການ​ເອົາ​ໃຈ​ໃສ່​ຄວາມ​ຮູ້​ຄື​ກັນ​ທາງ​ການ​ເມືອງ 2 ຂໍ້, ​ແລະ​ເພີ່ມ​ທະວີການ​ຮ່ວມ​ມື​ກັນ​ໃນ 7 ຂົງ​ເຂດ,ຄື "ຂອບ​ການ​ຮ່ວມ​ມື 2+7". ​ໃນ​ກອງ​ປະຊຸມ 10+1 ປີ​ນີ້, ທ່ານຫຼີ​ເຄີ້ສຽງຈະ​ສະ​ເໜີ​ມາດ​ຕະການ​ໃໝ່​ກ່ຽວ​ກັບ​ບັນຫາ​ນີ້​ຕໍ່ອີກ. ທ່ານລີ​ວ​​ເຈີ້ນ​ໝີ​ນກ່າວ​ວ່າ:

"ຈີນ​ຈະ​ສົ່ງ​ເສີມ​ສອງ​ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ, ສືບ​ຕໍ່ຊຸກຍູ້​​ໃຫ້​ສອງ​ຝ່າຍ​ຮ່ວມ​ກັນ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະຕະວັດ​ທີ 21, ຕັ້ງໜ້າ​ຈັດຕັ້ງປະຕິບັດ "ຂອບ​ການ​ຮ່ວມ​ມື 2+7", ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ຕ່າງໆ​ຄື: ການ​ທະນາຄານ,ມະຫາ​ສະໝຸດ,ຄວາມ​ປອດ​ໄພ,ວັດທະນະທຳ,ການ​ຕິດ​ຕໍ່​ພົວພັນ​ແລະ​ການ​ໄປມາຫາສູ່​ກັນ ​ແລະ​ອື່ນໆ."

​ໃນ​ຫຼາຍ​ປີມໍ່ໆ​ມາ​ນີ້, ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ພົ້ນ​ເດັ່ນ. ຈີນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ອາ​ຊຽນ​ໃນ​ຫຼາຍ​ປີ​ຕິດຕໍ່​ກັນ, ອາ​ຊຽນກໍ​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ 3 ​ແລະ​ແຫຼ່ງນຳ​ເຂົ້າ​ໃຫຍ່​ອັນ​ດັບ 2 ຂອງ​ຈີນ. ທ່ານທົງ​ຕ້າວ​ສື, ຜູ້​ຊ່ວຍ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ໃຫ້​ຮູ້​ວ່າ:

"ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ດຳ​ເນີນ​ໂຄງການ​ງວດ​ໃຫຍ່​​ໃນ​ດ້ານພະລັງ​ໄຟຟ້າ,ຂົວ,ກະສິກຳ​ແລະ​ການ​ຜະລິດ​ເປັນຕົ້ນ, ​ໂດຍສ​ະ​ເພາະ​ແມ່ນ​ຈີນ​ໄດ້​ສ້າງກອງ​ທຶນ​ຮ່ວມ​ມືລົງທຶນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ ​ແລະ​ໃຫ້ການ​ສະໜັບສະໜູນ​ດ້ານ​ການ​ລະດົມ​ທຶນ​ທີ່​ມີ​ບູລິ​ມະ​ສິດ​ຕໍ່​ອາ​ຊຽນ, ຊຶ່ງ​ໄດ້​ຊຸກຍູ້​ປະ​ເທດ​ອາ​ຊຽນ​ໃນ​ການພັດທະນາ​ເສດຖະກິດ, ​ແລະ​ສ້າງ​ຄວາມສຸກ​ໃຫ້​ປະຊາຊົນ​ທ້ອງຖິ່ນ."​

ໃນ​ເດືອນກັນຍາ​ປີ​ນີ້, ຈີນ​ກັບ​ອາ​ຊຽນ​ໄດ້​ລິ​ເລີ່​ມການ​ເຈລະຈາ​ຮອບ​ທຳ​ອິດ​ກ່ຽວ​ກັບການ​ຍົກ​ລະດັບ​ຂອງ​ເຂດ​ການ​ຄ້າ​ເສລີ​​ໃຫ້ສູງຂຶ້ນ, ກອງ​ປະຊຸມ​ຜູ້ນຳ​ຄັ້ງນີ້​ຈະ​ສືບ​ຕໍ່​ຊຸກຍູ້​ໃຫ້​ສອງ​ຝ່າຍ​ສິ້ນ​ສຸດ​ການ​ເຈລະຈາ​ດັ່ງກ່າວ ​ກ່ອນ​ທ້າຍ​ປີ 2015.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ