ຜູ້​ວ່າການ​ທະນາຄານ​ມະ​ເລ​ເຊຍ​ກ່າວ​ວ່າ: ສະມາຊິກ​ອົງການ APEC ທຳຄວນ​ພະຍາຍາມ​​ເພື່ອບັນລຸຄວາມ​ຄິດ​ເຂດການ​ຄ້າ​ເສລີ​ອາຊີ​ປາຊີ​ຟິກ
2014-11-09 11:13:19  cri 
ວັນ​ທີ 8 ພະຈິກ​ນີ້, ທ່ານ​ອັຈ໌ມັນ ຮາ​ຊິ​ມ, ຜູ້​ວ່າການ​ທະນາຄານ​ Ambank ມະ​ເລ​ເຊຍ, ປະທານຮ່ວມ​ຂອງ​ໜ່ວຍ​ງານ​ການ​ເງິນ​ແລະ​ເສດຖະກິດ​ຂອງ​ສະພາ​ມົນຕີ​ໃຫ້ຄຳ​ປຶກສາ​ອຸດສາຫະກຳ​ການ​ຄ້າ​ຂອງ APECທີ່​ກຳລັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ APEC ຢູ່​ປັກ​ກິ່ງ​ກ່າວ​ວ່າ, ບັນດາ​ສະມາຊິກ​ອົງການ APEC ຄວນ​ນຳ​ໃຊ້​ກົນ​ໄກ​ຕ່າງ​ໆ​ທີ່​ມີ​ຢູ່​​ໃນ​ປັດຈຸບັນ, ພະຍາຍາມ​ບັນລຸ​ຄວາມ​ຄິດ​ທີ່​ສ້າງ​ເຂດ​ການ​ຄ້າ​ເສລີ​ອາຊີ​ປາຊີ​ຟິກຫຼື FTAAP. ​ເຖິງ​ວ່າການ​ເຈລະຈາ​ກ່ຽວ​ກັບ FTAAP ຈະ​ສັບສົນ​ແລະ​ເຕັມ​ໄປ​ດ້ວຍສິ່ງ​ທ້າ​ທາຍ​ຢ່າງ​ແນ່ນອນກໍ່ຕາມ, ​ແຕ່​​ຄວາມ​ຄິດ​ດັ່ງກ່າວ​ຈະ​ສາມາດ​ບັນລຸ​ຜົນ​ເປັນ​ຈິງ​ໄດ້ໃນ​ທີ່​ສຸດ.

ທ່ານ​ອັຈ໌ມັນ​ກ່າວ​ວ່າ, ບັນດາສະມາຊິກ​ອົງການ APEC ຄວນ​ສືບ​ຕໍ່​ຊຸກຍູ້​ການ​ຄ້າ​ແລະ​ການ​ລົງທຶນ​ຫັນ​ເປັນ​ແບບ​ເສລີ​ເພື່ອ​ປັບປຸງ​ໃຫ້​​ເສດຖ​ະກິດ​ອາຊີ​ປາຊີ​ຟິກ​ເຊື່ອງ​ໂຍງ​ເຂົ້າກັນ​ໃຫ້​ໝັ້ນ​ທ່ຽງ. ທ່ານ​ກ່າວ​ວ່າ, ການ​ເຈລະຈາ​ກ່ຽວ​ກັບສັນຍາ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ດ້ານ​ເສດຖະກິດ​ເຂດ​ປາຊີ​ຟິກຫຼືTPP​ແລະ​ການ​ພົວພັນ​ຄູ່​ຮ່ວມ​ເສດຖະກິດຮອບດ້ານ​ຂອງ​ພາກ​ພື້ນ​ຫຼືRECP​ເປັນ​ຕົ້ນ, ​ໂດຍ​ສະ​ເພາະຖ້າວ່າ​ການ​ເຈລະຈາ​ກ່ຽວ​ກັບ​ RECP ​ເ​ຊິ່ງມາ​ເລ​ເຊຍ​ໄດ້​ມີ​ສ່ວນ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ຖານະ​ເປັນ​ສະມາຊິກ​ອາ​ຊຽນສຳ​ເລັດ​ແລ້ວ, ຈະ​ສາມາດ​ກຳຈັດ​ກຳ​ແພງ​ການ​ຄ້າ​ແລະ​ການ​ລົງທຶນຂອງ​ພາກ​ພື້ນ​ແຫ່ງ​ນີ້, ຫຼຸດ​ຕົ້ນ​ທຶນ​ການ​ຄ້າ​ແລະປັບປຸງ​ຕ່ອງ​ໂອ້​ຂະ​ແໜງ​ການ​ໃຫ້​ດີກ​ວ່າ​ເກົ່າ, ​ແລ້ວ​ປ່ຽນ​ແປງ​ວິທີ​ການ​ຄ້າ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ໃນ​ປັດຈຸບັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ