ນາຍົກ​ຈີນ​ພິມ​ບົດ​ຄວາມລົງ​ສື່​ມວນ​ຊົນ​ມຽນມາ: ຈີນ​ກັບ​ມຽນມາ​ຈະ​ເປັນ​ເພື່ອ​ນ ບ້ານທີ່​ດີ, ໝູ່​​ເພື່ອນ​ທີ່ດີ, ຄູ່​ຮ່ວມ​ທີ່​ດີ​ແລະ​ອ້າຍ​ນ້ອງ​ທີ່​ດີ​ຢ່າງ​ຖາວອນ
2014-11-12 14:30:37  cri 

ກ່ອນ​​ເດີນທາງ​ໄປ​ມຽນມາ​ເພື່ອ​ເຂົ້າ​ຮ່ວມ​ກອງປະ​ຊຸມຜູ້ນຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ແລະ​ຢ້ຽມຢາມ​ມຽນມາ​ຢ່າງ​ເປັນ​ທາງ​ການ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ພິມ​ບົດ​ຄວາມ​ລົງ​​ສື່​ມວນ​ຊົນ​ສຳຄັນ​ຂອງ​ມຽນມ້າ, ​ໂດຍ​ໄດ້​ຫວນ​ຄືນ​ຄວາມ​ຮັກ​ແພງ​ທີ່​ເປັນ​ອ້າຍ​ນ້ອງ​ກັນ​ກັບ​ມຽນມາ​ທີ່​ທ່ານ​ໄດ້​ສຳ​ຜັດ​ເຖິງ​ເມື່ອ​ທ່ານ​ໄປ​ຢ້ຽມຢາມ​ມຽນມາ 28 ປີ​ກ່ອນ, ທ່ານ​ໄດ້​ລິ​ເລີ່​ມ​ໃຫ້​ຈີນ​ກັບ​ມຽນມາ​ຄວນ​ກາຍ​ເປັນ​ເພື່ອນ​ບ້ານ​ທີ່​ດີ​ທີ່​ສາມັກຄີ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ, ​ເປັນໝູ່​ເພື່ອນ​ທີ່​ດີ​ທີ່​ຮ່ວມ​ສຸກ​ຮ່ວມ​ທຸກດ້ວຍ​ກັນ, ກາຍ​ເປັນ​ຄູ່​ຮ່ວມທີ່​ດີ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ​ແລະ​​ເປັນ​ອ້າຍ​ນ້ອງ​​ທີ່​ຮູ້​ໃຈ​ກັນ​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ