ກອງ​ປະຊຸມສຸດ​ຍອດອາ​ຊຽນ​ເນັ້ນ​ໜັກ​ເຖິງ​ການ​ສ້າງ​ປະຊາ​ຄົມ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ
2014-11-12 14:54:51  cri 

ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 25​ ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ​ຫຼວງ​ເນ​ປີ​ດໍ​ຂອງ​ມຽນມາ​ໃນ​ວັນ​ທີ 12 ພະຈິກ​ນີ້. ຜູ້ນຳ​ຂອງ 10 ປະ​ເທດ​ອາ​ຊຽນຈະ​ສຸມ​ໃສ່​ຫາລື​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຂອງ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ແລະ​ແຜນການ​ຂະຫຍາຍຕົວ​ໄລຍະ​ຕໍ່​ໄປຫຼັງຈາກສ້າງປະຊາຄົມອາຊຽນຂຶ້ນ, ພ້ອມກັບຫົວ ຂໍ້ທີ່ເພີ່ມທະ ວີການກໍ່ສ້າງການຈັດຕັ້ງແລະຄວາມສາມາດຂອງອາຊຽນເອງ ແນວໃດ.

ທ່ານ​ເທ​ນ​ເຊັນ ປະທານາທິບໍດີ​ມຽນມາ ທີ່​ເປັນ​ປະ​ເທດ​ປະທານ​ວຽນ​ຂອງ​ອາ​ຊຽນກ່າວ​ໄຂ​ປະຊຸມ​ວ່າ, ການ​ໄຂກອງ​ປະຊຸມ​ສຸດ​ຍອດ​ເທື່ອນີ້​ແມ່ນ​ຂໍ​ກະ​ແຈ​ທີ່​ສຳຄັນ​​ເນື່ອງ​ໃນ​ໂອກາດ​ສ້າງ​ປະຊາ​ຄົມ​ອາ​ຊຽນ.  ອາ​ຊຽນມີ​ແຜນ​ຈະ​ສ້າງ​ເປັນ​ປະຊາ​ຄົມ​ອາ​ຊຽນ​ໃນ​ທ້າຍ​ປີ 2015, ປັດຈຸບັນ, ​ເປົ້າ​ໝາຍ​ສ່ວນ​ຫຼາຍ​ໄດ້​ບັນລຸ​ເປັນ​ຈິງ​ແລ້ວ, ​ແຕ່​ຍັງ​ຕ້ອງການ​ສືບ​ຕໍ່​ພະຍາຍາມ, ​ແລະ​ກໍ​ຄວນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໃໝ່​ທີ່​ເກີດ​ຂຶ້ນ​ຫຼັງ​ຈາກ​ປີ 2015.

ທ່ານ​ເທ​ນ​ເຊັນ​ກ່າວ​ວ່າ, ​ເຖິງ​ວ່າ​ເສດຖະກິດ​ທົ່ວ​ໂລກ​ປະສົບ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ກໍ່ຕາມ, ​ແຕ່​ໃນ​ຫຼາຍ​ປີ​ຕໍ່ໜ້າ​ນີ້, ​ເສດຖະກິດ​ຂອງ​ອາ​ຊຽນຍັງ​ອາດ​ຈະ​ເຕີບ​ໂຕ​ຂຶ້ນ​ດ້ວຍ​ຈັງຫວັດ 5% ​​ໂດຍ​ລວມ. ສະ​ນັ້ນ ຜູ້ນຳ​ຂອງ​ອາ​ຊຽນຍັງ​ຄວນ​ພະຍາຍ​າມຕໍ່​ໄປ​ເພື່ອ​ໃຫ້​ອາ​ຊຽນມີ​ບົດບາດ​ເປັນ​ເວທີ​ການ​ຮ່ວມ​ມື​ໃຈກາງ​ຕື່ມ, ຊຸກ​ຍູ້​ໃຫ້​ເຂດ​ນີ້​ເຊື່ອມ​ໂຍງ​ເຂົ້າກັນ, ສະ​ແຫວ​ງຫາ​ການ​ພັດທະນາ​ແບບ​ຍືນ​ຍົງ, ​ເຮັດ​ໃຫ້​ເສດຖະກິດ​ພາກ​ພື້ນ​ນີ້​ມີ​ພະລັງ​ຊີວິດ​ຊີວາ​ຂຶ້ນ, ​ເພີ່ມ​ຄວາມ​ສາມັກ​ຄີ​ແລະ​ກຳລັງ​ການ​ແຂ່ງຂັນ​ຂອງ​ອາ​ຊຽນ​ໃຫ້​ຫຼາຍ​ຂຶ້ນ.

ຫົວ​ຂໍ້​ຫຼັກ​ຂອງ​ກອງ​ປະຊຸມ​ອາ​ຊຽນຄັ້ງ​ນີ້​ຄື: ສາມັກຄີ​ກັນ​ເຂົ້າ, ກ້າວ​ໄປ​ສູ່​ປະຊາ​ຄົມ​ອາ​ຊຽນທີ່​ມີ​ສັນຕິພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ. ອາ​ຊຽນຍັງ​ຈະ​ຈັດ​ກອງ​ປະຊຸມ​ອາ​ຊຽນ +1 ກັບ​ຈີນ, ​ອາ​ຊຽນ +3 ກັບ​ຈີນ ຍີ່ປຸ່ນ​ແລະ​ສ.​ເກົາຫຼີ, ​ແລະກອງ​ປະຊຸມ​ອາ​ຊຽນ +8 ກັບ 8 ປະ​ເທດ​ຄູ່​ສົນທະນາ ຄື ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ