ນາຍົກ​ຈີນ​ໄປ​ຢ້ຽມຢາມ​ມຽນມາ
2014-11-12 17:24:58  cri 
ວັນ​ທີ 12 ພະຈິກ​ນີ້, ທ່ານ​ລີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ເດີນທາງ​ໄປມຽນມາ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມຜູ້ນຳ​ກ່ຽວ​ກັບ​ການ​ຮ່ວມ​ມືອາຊີ​ຕາ​ເວັນ​ອອກ​​ແລະ​ຢ້ຽມ ຢາມ​ມຽນມາ​ຢ່າງ​ເປັນ​ທາງ​ການ.

ມີ​ການ​ວິ​ເຄາະ​ເຫັນ​ວ່າ, ​ເນື່ອງ​ໃນ​ໂອກາດ​ທີ່​ປັກ​ກິ່ງ​ຈັດ​ກອງ​ປະຊຸ​ມ​ເອ​ເປັກ, ການ​ຢ້ຽມຢາມ​ເທື່ອ​ນີ້​ຈະ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ລົງ​ເລິກ​ການ​ພົວພັນ​ລະຫວ່າງ​  ຈີນ​-ອາ​ຊຽນ, ການ​ພົວພັນ​ລະຫວ່າງ​ຈີນ-​ມຽນມາ, ການ​ຊຸກຍູ້​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ອາຊາ​ຕາ​ເວັນ​ອອກ ​ແລະ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະ​ເຖຍລະ​ພາບ​ຂອງ​ພາກ​ພື້ນ.

ຂ່າວ​ແຈ້ງວ່າ, ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ, ທ່ານ​ລີ​ເຄີ້ສຽງ​ຈະ​ສຸມໃສ່​ບັນ​ລະ​ຍາຍຫຼັກການ​ແລະ​ຫຼັກ​ໝັ້ນກ່ຽວ​ກັບທິດ​ທາງ​ພັດທະນາ​ຂອງ​ກອງ​ປະຊຸມ, ​ເນັ້ນ​ໜັກ​ໃຫ້​ຍຶດໝັ້ນ​ຫຼັກການ​ທີ່​ກຳນົດ​ໄວ້ ​ຄື: ນຳພາ​ໂດຍ​ອາ​ຊຽນ, ປຶກສາ​ຫາລື​ເປັນ​ເອກະສັນ​ກັນ​ແລະ​​ພິຈາລະ​ເຖິງ​ຄວາມ​ເຫັນຂອງ​ຝ່າຍ​ຕ່າງໆ, ວາງ​ແຜນການ​ພັດທະນາ​ໃນ​ອະນາ​ຄົດ​ຂອງ​ກອງ​ປະຊຸມ​ຕາມ​ຫຼັກ​ວິ​ທະຍາ​ສາດ.

ກອງ​ປະຊຸມ​ຜູ້ນໍາອາ​ຊຽນ+3 ຄື​ອາ​ຊຽນກັບ​ຈີນ, ຍີ່ປຸ່ນ​ແລະ​ສ.​ເກົາຫຼີທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ13​ພະຈິກ​ນີ້, ຈະ​ສຸມໃສ່​ການ​ເພີ່ມ​ທະວີ​ການ​ປະສານ​ງານກັນ​ດ້ານນະ​ໂຍບາຍ​ເສດຖະກິດ​ການ​ເງິນມະຫາ​ພາກ, ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​​ເງິນ, ຄວາມ​ປອດ​ໄພ​ດ້ານ​ອາຫານ​ແລະ​ຂົງ​ເຂດ​ອື່ນໆ​, ຊຸກຍູ້​ການ​ສ້າງ​ລະບົບ ​ການ​ຄ້າ​ເສລີ​ອາຊີ​ແລະ​ລະບົບ​ການ​ລົງທຶນ​ແລະຫ້າງ​ຕາ​ທຶນ.ຫຼັງ​ຈາກ​ກອງ​ປະຊຸມ​ຕ່າງໆ​ສິ້ນ​ສຸດ​ລົງ​ແລ້ວ, ທ່ານ​ລີ​ເຄີ້ສຽງ​ຈະ​ຢ້ຽມຢາມ​ມຽນມາ​ຢ່າງ​ເປັນ​ທາງ​ການ. ​ເມື່ອ​ເວົ້າ​ເຖິງ​ການ​ຢ້ຽມຢາມ​ເທື່ອ​ນີ້, ທ່ານ​ລີ​ເຄີ້ສຽງ​ກ່າວ​ວ່າ, ຫວັງ​ວ່າ​ຜ່ານ​ການ​ຢ້ຽມຢາມ​ເທື່ອ​ນີ້, ​ເພີ່ມ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງຕື່ມ​ອີກ, ​ເຕົ້າ​ໂຮມ​ຄວາມ​ເຫັນ​ທີ່​ເປັນ​ເອກະ​ພາບ​ກັນ​ທາງ​ການ​ເມືອງ​ກ່ຽວ​ກັບ​ການ​ພັດທະນາ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ລະຫວ່າງ​ຈີນ​ກັບ​ມຽນມາ, ຊຸກຍູ້​ໃຫ້ການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງຈີນ-​ມຽນມາ​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ