ຈີນ​ຈະ​ຮ່ວມ​ກັບປະ​ເທດ​ອາຊີ​ຕາ​ເວັນ​ອອກ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ທະ​ເລ
2014-11-13 18:53:38  cri 
    ວັນ​ທີ 13 ພະຈິກ​ນີ້, ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ກ່າວ​ຢູ່​ນະຄອນຫຼວງ​ເນ​ປີດໍຂອງ​ມຽນມາ​ວ່າ, ຈີນ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ທະ​ເລ​ກັບປະ​ເທດ​ອາຊີ​ຕາ​ເວັນ​ອອກ, ​ຖື​ເອົາ​ກິດຈະກຳ​ປີ​ຮ່ວມ​ມື​ທາງ​ທະ​ເລ​ຈີນ-​ອາ​ຊຽນ​ໃນ​ປີໜ້າ​ເປັນ​ໂອກາດ, ​ເພີ່ມ​ທະວີການສົນທະນາແລະການຮ່ວມມືລະຫວ່າງອົງການປະຕິບັດ​ກົດໝາຍ​ທາງ​ທະ​ເລ, ​ແລະ​ປະຕິບັດ​ໂຄງການທີ່​ກ່ຽວຂ້ອງ​ກັບ​ກອງ​ທຶນ​ຮ່ວມ​ມື​ທາງ​ທະ​ເລ​ຈີນ-​ອາ​ຊຽນ​ໃຫ້​ດີ.

    ​ໃນ​ເວລາ​​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕ​າ​ເວັນ​ອອກ​ຄັ້ງທີ 9, ທ່ານຫຼີ​ເຄີ້ສຽງ​ຊີ້​ອອກ​ວ່າ, ຂໍກະ​ແຈ​ຂອງການ​ພັດທະນາ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ ​ແມ່ນ​ຊຸກຍູ້​​ເສດຖະກິດ​ໃຫ້​ເຊື່ອມ​ໂຍງ​ເຂົ້າກັນ, ​ເພື່ອ​​ໃຫ້​ບັນລຸເລື່ອງ​ນີ້, ຄວນ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຈຸດ​ສຸມ; ຊຸກຍູ້​ການ​ຄ້າ​ແລະ​ການ​ລົງທຶນ​ໃນ​ອາຊີ​ຕາ​ເວັນ​ອອກ​ໃຫ້​ມີ​ຄວາມ​ສະດວກ, ສຳ​ເລັດ​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ເຂດ​ການ​ຄ້າ​ເສລີ​ທີ່​ກ່ຽວຂ້ອງ​ໂດຍ​ໄວ, ສະໜັບສະໜູນ​ການ​ເລີ່​ມຕົ້ນຂະ​ບວນການ​ເຂດ​ການ​ຄ້າ​ເສລີ​ອາຊີ​ປາຊິ​ຟິກ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການຫຼຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ອາຊີ​ຕາ​ເວັນ​ອອກ, ຝ່າຍ​ຈີນ​ຍິນ​ດີ​ສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫຼືອ​ໂດຍ​ບໍ່ຄິດ​ຄ່າ​ຕອບ​ແທນ​ແກ່​ປະ​ເທດ​ດ້ອຍ​ພັດທະນາ​ຂອງ​ອາ​ຊຽນ, ສະໜັບສະໜູນ "ຂໍ້​ລິ​ເລີ່​ມກ່ຽວ​ກັບ​ການ​ຮ່ວມ​ມື​ເພື່ອຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ອາຊີ​ຕາ​ເວັນ​ອອກ", ປະຕິບັດ​ແຜນການ​ຊຸກຍູ້​ການຫຼຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ຊົນນະບົດ; ຊຸກຍູ້​ການ​ຮ່ວມ​ມື​ທາງ​ທະ​ເລ​ຂອງ​ອາຊີ​ຕາ​ເວັນ​ອອກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ