ນາຍົກລັດຖະມົນຕີຈີນກ່າວ​ເນັ້ນ​ວ່າ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕົວ​ຈິງ​ເພື່ອ​ກ້າວ​ໄປ​ສູ່​ເປົ້າ​ໝາຍ​ປະຊາ​ຄົມ​ອາຊີ​ຕາ​ເວັນ​ອອກ
2014-11-14 13:27:18  cri 
ຕອນ​ບ່າຍ​ວັນ​ທີ 13 ພະຈິກ​ນີ້, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ້ນຳ​ອາ​ຊຽນກັບ​ຈີນ, ຍີ່ປຸ່ນ​ແລະ​ສ ​ເກົາຫຼີ ຄັ້ງ​ທີ 17 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ເນ​ປີ​ດໍ​ຂອງ​ມຽນມາ. ຜູ້ນຳ​ຂອງ 10 ປະ​ເທດ​ອາ​ຊຽນ, ຍີ່ປຸ່ນ​ແລະ​ສ ​ເກົາຫຼີ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້.

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ​ດັ່ງກ່າວນີ້, ທ່ານ​ຫຼີ​ເຄີ້ສຽງ​ໄດ້​ມີ​ຂໍ້​ສະ​ເໜີ 6 ຂໍ້​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນກັບ​ຈີນ, ຍີ່ປຸ່ນ, ສ ​ເກົາຫຼີ ຫຼື​ອາ​ຊຽນບວກ 3 ຄື ຊຸກຍູ້​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ທາງ​ດ້ານ​ເສດຖະກິດ​ຂອງ​ອາຊີ​ຕາ​ເວັນ​ອອກ; ຍົກ​ສູງ​ລະດັບ​ການ​ຮ່ວມ​ມື​ດ້ານ​ການ​ທະນາຄານ​ໃນ​ພາກ​ພື້ນ; ​ເຮັດ​ໃຫ້ການ​ເຊື່ອມ​ຈອດ​ກັນ​ໃນ​ພາກ​ພື້ນ​ມີ​ຄວາມ​ແໜ້ນ​ແຟ້ນຍິ່ງ​ຂຶ້ນ; ລົງ​ເລິກ​ການ​ຮ່ວມ​ມື​ໃນ​ດ້ານ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ຖື​ການ​ລົບ​ລ້າງ​ຄວາມທຸກ​ຍາກ​ເປັນ​ຂົງ​ເຂດ​ບູລິ​ມະ​ສິດ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນບວກ​ 3; ​ເປີດ​ກວ້າງ​ການ​ແລກປ່ຽນ​ດ້ານ​ວັດທະນະ​ທຳ​ສັງຄົມ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ສາທາລະນະ​ສຸກ.

ຜູ້ນຳ​ຂອງ​ບັນດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຢືນຢັນ​ວ່າ, ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນບວກ 3 ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ເປັນ​ຊ່ອງ​ທາງ​ຕົ້ນຕໍ​ຂອງ​ການ​ຮ່ວມ​ມື​ໃນ​ອາຊີ​ຕາ​ເວັນ​ອອກ​ມາ​ໂດຍ​ຕະຫຼອດ, ​ເຊິ່ງ​ໄດ້​ຊຸກຍູ້​ການ​ພັດທະນາ​ຂອງ​ພາກ​ພື້ນ​ຢ່າງ​ແຂງ​ແຮງ. ບັນດາ​ປະ​ເທດ​ຄວນ​ຮ່ວມ​ມື​ກັນ​ຈັດ​ຕັ້ງ​ປະຕິບັດ​ຂໍ້​ລິ​ເລີ່​ມການ​ຮ່ວມ​ມື​ແລະ​ແຜນການ​ຮ່ວມ​ມື, ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຕື່ມ​ອີກ, ຊຸກຍູ້​ການ​ກໍ່ສ້າງ​ປະຊາ​ຄົມ​ອາຊີ​ຕາ​ເວັນ​ອອກ, ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ໃຫ້​ດີກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ