​ຈີນ​ເປັນ​ກໍາລັງ​ສັນຕິພາບ​ແລະ​ສະ​ເຖຍລະ​ພາບ​ຂອງ​ພາກ​ພື້ນອາຊີ​ຕາ​ເວັນ​ອອກຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ
2014-11-14 10:34:45  cri 
ຕອນ​ເຊົ້າ​ວັນ​ທີ 13 ພະຈິກ​ນີ້, ​ໃນ​ເວລາ​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ໃນ​ເວລາ​ເຂົ້າຮ່ວມກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງທີ 9 ຢູ່​ນະຄອນຫຼວງ​ເນ​ປິ​ດໍຂອງ​ມຽນມາ, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນຊີ້ອ​​ອກວ່າ, ຈີນ​ເປັນ​ກໍາລັງ​ສັນຕິພາບ​ແລະ​ສະ​ເຖຍລະ​ພາບ​ຂອງ​ພາກ​ພື້ນອາຊີ​ຕາ​ເວັນ​ອອກຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຍຶດໝັ້ນ​ໃນ​ການ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ, ຍິນ​ດີ​ຮ່ວມ​ກັບປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ນີ້ ​ເພື່​ອສ້າງ​ປະ​ຊາ​ຄົມ​ຮ່ວມ​ຜົນປະ​ໂຫຍ​ດ, ປະຊາ​ຄົມຮ່ວມ​ຄວາມ​ຮັບຜິດຊອບ ​ແລະ​ປະຊາຄົມຮ່ວມຊາຕາກໍາອາຊີ. ສະເຖຍລະພາບແລະຄວາມສະຫງົບຖາວອນຕ້ອງການການຈັດສັນດ້ານລະບົບທີ່ໝັ້ນແກ່ນ, ຈີນແລະປະເທດອາຊຽນກໍາລັງປຶກສາຫາລື ​ກ່ຽວກັບການເຊັນ"ສັນຍາ​ວ່າ​ດ້ວ​ຍການ​ຮ່ວມ​ມື​ທີ່ມີ​ໄມຕີ​ຈິດ​ມິດ​ຕະພາບ​ຖານ​ບ້ານ​ໃກ້​ເຮືອ​ນຄຽງ​ທີ່​ດີ"​ເພື່ອ​ອໍາ​ນວຍ​ກາ​ນຮັບປະ​ກັນດ້ານ​ລະບົບ​ແລະ​ກົດ​ໝາຍ​ໃຫ້​ແກ່​ການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ​ຂອງທຸກ​ຮຸ້ນຄົນ​ຂອງ​ສອງ​ປະ​ເທດ ​ແລະ​ຍິນ​ດີ​ປຶກສາ​ຫາລື​ກັບປະ​ເທດ​ຕ່າງໆຫຼາຍ​ກວ່າ​ເກົ່າ​ກ່ຽວ​ກັບ​ການ​ບັນລຸ​ເອກະສານ​ກ່ຽວ​ກັບ​ໄມຕີ​ຈິດ​ມິດ​ຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ ​ເພື່ອ​ຊຸກຍູ້​ສັນຕິພາບ​ຖາວອນ​ຂອງ​ອາຊີຕາ​ເວັນ​ອອກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ