ນາຍົກ​ຈີນ​ພົບ​ປະ​ກັບ​ນາຍົກ​ອິນ​ເດຍ
2014-11-14 13:15:53  cri 

ຕອນ​ບ່າຍ​ວັນ​ທີ 13 ພະຈິກ​ນີ້, ຢູ່​ນະຄອນຫຼວງ​ເນ​ປີ​ດໍ​ຂອງ​ມຽນມາ, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດ​ຖະມົນຕີ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ນາ​ເຣັນດຣາ ​ໂມ​ດີ, ນາຍົກລັດຖະມົນຕີອິນ​ເດຍ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ຈີນ​ແລະ​ອິນ​ເດ​ຍ​ເປັນ​ປະ​ເທດ​ບ້ານ​​ໃກ້​​ເຮືອ​ນຄຽງ​ທີ່​ສໍາຄັນ​ຕໍ່​ກັນ. ຝ່າຍ​ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ອິນ​ເດຍ​ເພື່ອ​ກໍາ​ເອົາ​ທິດ​ທາງ​ລວມຂອງ​ການ​ພົວພັນ​ສອງ​ປະ​ເທດ​ໃຫ້​ດີ, ​​ໃຫ້ມີ​​ໄມຕີ​ຈິດ​ມິດຕະພາ​ບຖານ​ບ້ານ​ໃກ້​ເຮືອ​ນຄຽງ​ທີ່​ດີ ​ແລະ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າ​ຍຕ່າງ​ມີ​ຜົນ​ປະ​ໂຫຍ​ດນັ້ນ ກາຍ​ເປັນ​ຫົວ​ຂໍ້​ຫຼັກ​ຂອງ​ການ​ພົວພັນ​ສອງ​ຝ່າຍ, ຍົກລະດັບ​ການ​ຮ່ວມ​ມື​ຕົວ​ຈິງ​ຢ່າງຮອບດ້ານ, ​ເພີ່ມ​ທະ​ວີການ​ປະສານ​ງານ​ແລະ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ພາກພື້ນ​ກໍ​ຄື​ສາກົນ ​ແລະສ້າງ​ຄວາມ​ສົມບູນ​ພູນ​ສຸກ​ໃຫ້​ແກ່ປະຊາຊົນ​ຫຼາຍ​ຕື້​ຄົນ​ຂອງ​ສອງ​ປະ​ເທດ​ແລະ​ຂອງ​ພາກ​ພື້ນ​ນີ້. ທ່ານ​ຫຼີ​ເຄີ້ສຽງ​ຍັງ​ໄດ້​ເຊື້ອ​ເຊີນ​ທ່ານ​ໂມ​ດີ​ເດີນທາງ​ໄປ​ຢ້ຽມຢາມ​ຈີນ​ໃນ​ໄລຍະ​ຕົ້ນ​ຂອງ​ປີໜ້າ.

ທ່ານ​ໂມ​ດີ​ກ່າວ​ວ່າ, ອິນ​ເດຍ​ແລະ​ຈີນ​ເພີ່​ມທະວີ​ການ​ຮ່ວມ​ມື ບໍ່​ພຽງ​ແຕ່ສ້າງ​ຄວາມ​ສົມບູນ​ພູນ​ສຸກ​ໃຫ້​ແກ່ປະຊາຊົນສອງ​ຊາດ​​ເທົ່າ​ນັ້ນ, ຍັງ​ມີ​ຜົນ​ດີ​ຕໍ່​ພາກ​ພື້ນ​​ແລະ​ຂົງ​ເຂດ​ອື່ນ. ທ່ານ​ຫຼີ​ເຄີ້ສຽງ​​ໄດ້​ເລືອກ​ເອົາ​ອິນ​ເດຍ​ເປັນ​ປະ​ເທດ​ທໍາ​ອິດ​​ໃນ​ການ​ຢ້ຽມຢາ​ມຄັ້ງ​ທໍາ​ອິດ​ຫຼັງ​ຈາກທ່ານໄດ້​ຂຶ້ນ​ຮັບ​ຕໍາ​ແໜ່​ງ, ສ່ວນທ່ານ​ຫຼີ​ເຄີ້ສຽງກໍ​​ເປັນ​ຜູ້​ນໍາ​ຕ່າງປະ​ເທດ​ທ່ານ​ທໍາ​ອິດ​ທີ່​ສົນທະນາ​ຜ່ານ​​ໂທລະ​ສັບ​ກັບ​ຂ້າພະ​ເຈົ້າ​ຫຼັງ​ຈາກ​ຂ້າພະ​ເຈົ້າ​ໄດ້​ຂຶ້ນ​ຮັບ​ຕໍາ​ແໜ່​ງ, ຝ່າຍ​ອິນ​ເດຍຂໍ​ຂອບ​ໃຈ​ຕໍ່​ເລື່ອງ​ນີ້. ຂ້າພະ​ເຈົ້າ​ຍິນ​ດີ​​ເດີນທາງ​ໄປ​ຢ້ຽມຢາມ​ຈີນ​ໃນ​ໄວນີ້, ປຶກສາ​ຫາລື​ກັບ​ຝ່າຍ​ຈີນ​ກ່ຽວ​ກັບ​ການ​ຮ່ວມ​ມື ​ແລະ​ຊຸກຍູ້ການ​ພົວພັນ​ສອງ​ປະ​ເທດ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຫຼາຍກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ