ປະທາ​ນປະ​ເທດ​ຈີນ​ເລີ່​ມການ​ເດີນທາງ​ຢ້ຽມຢາມ​ທະວີບ​ໂອ​ຊຽນນີເປັນ​ຄັ້ງ​ທຳ​ອິດ​
2014-11-14 13:31:20  cri 
ເວລາ 9 ​​ໂມງ​​ເຊົ້າວັນ​ທີ 14 ພະ​ຈິກ​ນີ້, ທ່ານສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ພ້ອມ​ພັນ​ລະ​ຍາ​ໄດ້​ເດີນທາງ​ຈາກ​ນະຄອນຫຼວງ​ປັກ​ກິ່ງໄປ​ນະຄອນບຣິສ​ເບ​ນຂອງ​ອົສຕຣາ​ລີ​. ​ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ທີ່​ທ່ານ​ສີ​ຈິ້ນ​ຜິ​ງ ເດີນທາງຢ້ຽມຢາມ​ທະວີບໂອ​ຊຽນ ນີພາຍຫຼັງ​ທ່ານ​ໄດ້​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ປະ​ເທດ​ຈີນ.

ທ່ານສີ​ຈິ້ນ​ຜິ​ງ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມປຶກສາ​ຫາລື​ບໍ່​ເປັນ​ທາງ​ການ​ຂອງ​ກອງ​ປະຊຸມສຸດ​ຍອດ G20, ກອງ​ປະຊຸມ​ທາງ​ການທັງ​ໝົດສາມ​ໄລຍະ​, ງານ​ລ້ຽງ​ຮັບຮອງ​ແລະ​ກິດຈະກຳ​ອື່ນໆ. ​ໃນ​ໄລະຍະ​ທີ່ເຂົ້າຮ່ວມປະຊຸ​ມ, ທ່ານສີ​ຈິ້ນ​ຜິ​ງຍັງ​ຈະ​ເຂົ້າ​ຮ່ວມ​ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ປະ​ເທດ BRICS ​ແລະຈະ​ພົບ​ປະ​ສອງ​ຝ່າຍ​ກັບ​ຜູ້ນຳ​ຂອງ​ປະ​ເທດ​ທີ່​ກ່ຽວຂ້ອງ. ຫຼັງ​ຈາກກອງ​ປະຊຸມສຸດ​ຍອດສິ້ນ​ສຸ​ດລົງ, ທ່ານສີ​ຈິ້ນ​ຜິ​ງຈະ​ເດີນທາງ​ໄປ​ສາມປະ​ເທດ​ໃນ​ໂອ​ຊຽນນີຄື​ອົດສຕຣາ​ລີ, ນິວຊີ​ແລນ​ແລະ​ຟິຈີ​ເພື່ອ​ດຳ​ເນີນ​ການ​ຢ້ຽມຢາມ​ທາງລັດຖະກິດ​ເປັນ​ຄັ້ງ​ທຳ​ອິດ, ​ເຊິ່ງທ່ານ​ຈະ​​ໄປຮອດ​ນະຄອນຫຼວງ ແຄັນ​ເບີ​ລາຂອງອົດສຕຣາ​ລີ​ໃນ​ຕອນ​ຄ່ຳ​ວັນ​ທີ 16 ພະຈິກ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ