ນາຍົກ​ຈີນ​​ເນັ້ນໜັກ​ໃຫ້ສ້າງ "ທົດ​ສະ​ວັດ​ເພັດ​ພອຍ" ຂອງ​ການ​ພົວພັນ​ຈີນ-​ອາ​ຊຽນທີ່​ມີ​ຈຸດ​ເລີ່​ມຕົ້ນສູງ​ກວ່າ​ເກົ່າ, ມີ​ເນື້ອ​ໃນ​ກວ້າງຂວາງ​ກວ່າ​ເກົ່າ​ແລະ​ມີ​ການ​ຮ່ວມ​ມື​ເລິກ​ເຊິ່ງກວ່າ​ເກົ່າ
2014-11-14 19:10:49  cri 
    ວັນ​ທີ 13 ພະຈິກ​ນີ້, ຢູ່​ນະຄອນຫຼວງ​ເນ​ປີ​ດໍ​ຂອງ​ມຽນມາ, ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຈີນ-​ອາ​ຊຽນ (10+1). ທ່ານຫຼີ​ເຄີ້ສຽງ​ກັບ​ທ່ານ​ເທ​ນ​ເຊ​ນ ປະທານາທິບໍດີ​ມຽນມາ ​ໄດ້​ຮ່ວມ​ກັນ​ເປັນ​ປະທານ​ຂອງ​ກອງ​ປະຊຸມ, ​ເຊິ່ງບັນດາ​ຝ່າຍ​ທີ່​ຮ່ວມ​ປະຊຸມ​ໄດ້​ລົງ​ເລິກ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເປີດ​ກວ້າງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ​ແລະ​ໄດ້​ບັນລຸ​ເຖິງ​ຄວາມ​ຮັບ​ຮູ້ທີ່​ເປັນ​ເອກະ​ພາບ​ກັນ​ຢ່າງ​ກວ້າງຂວາງ.

    ໃນ​ເວລາ​ປະ​ກອບ​ຄຳ​ຄິດ​ເຫັນ, ທ່ານຫຼີ​ເຄີ້ສຽງ​ກ່າວ​ວ່າ, ລັດຖະບານ​ຈີນ​ໄດ້​ຖື​ເອົາ​ອາ​ຊຽນ​ເປັນ​ທິດ​ທາງ​ບູລິ​ມະ​ສິດ​ໃນ​ການ​ຕ່າງປະ​ເທ​ດກັບປະ​ເທດ​ອ້ອມ​ຂ້າງ, ​ເດັດ​ດ່ຽວ​ສະໜັບສະໜູນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ, ສະໜັບສະ​ໜູນ​ຖານະ​ນຳພາ​ຂອງ​ອາ​ຊຽນ​ໃນ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ, ​ດຳ​ເນີນ​ການ​ຮ່ວມ​ມື​ຕົວ​ຈິງ​ກັບປະ​ເທດ​ອາ​ຊຽນ​ໃນ​ທຸກ​ຂົງ​ເຂດ, ​ເຮັດ​ໃຫ້​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ສອງ​ຝ່າຍມີ​ຄວາມ​ເລິກ​ເຊິ່ງກວ່າ​ເກົ່າ​ຢ່າງ​ບໍ່​ຢຸດ​ຢັ້ງ, ສ້າງ​ປະຊາ​ຄົມ​ຈີນ-​ອາ​ຊຽນທີ່​ຮ່ວມ​ຊາຕາກຳ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານຫຼີ​ເຄີ້ສຽງ​ໄດ້​ມີ​ຂໍ້​ສະ​ເໜີ 6 ຂໍ້ຄື:

    ໜຶ່ງ, ຮ່ວມ​ແຮງ​ວາງ​ແຜນ​ຍຸດ​ທະ​ສາດ​​ໃຫຍ່ແຫ່ງ​ການ​ພັດທະນາການ​ພົວພັນ​ຈີນ-​ອາ​ຊຽນ. ສອງ, ຮ່ວມ​ມື​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ-​ອາ​ຊຽນ​ໃຫ້​ສູງ​ຂຶ້ນ. ສາມ, ​ເລັ່ງລັດ​ການ​ສ້າງ​ຕາ​ຂ່າຍ​ພື້ນຖານ​ແຫ່ງ​ການ​ເຊື່ອມ​ຈອດ​ກັນ. ສີ່, ສ້າງ​ຈຸດ​​ເດັ່ນ​ໃນ​ການ​ຮ່ວມ​ມື​ທາງ​ທະ​ເລ​ຢ່າງ​ພາກ​ພຽນ. ຫ້າ, ດຳ​ເນີນ​ການ​ພົບ​ປະບໍ່​ເປັນ​ທາງ​ການ​ລະຫວ່າງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ-​ອາ​ຊຽນ, ປຶກສາ​ຫາລື​ການ​ສ້າງສາ​ຍດ່ວນ​ແຫ່ງ​ການ​ປ້ອງ​ກັນ​ປະ​ເທດ​ຈີນ-​ອາ​ຊຽນ. ​ແລະຫົກ, ຕັ້ງໜ້າ​ເປີດ​ກວ້າງ​ຂົງ​ເຂດ​ໃໝ່​ໃນ​ການ​ຮ່ວມ​ມື​ໃນ​ດ້ານ​ວັດທະນະທຳ, ວິທະຍາສາດ​ເຕັກນິກ,​ແລະ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ.

    ທ່ານຫຼີ​ເຄີ້ສຽງ​ກ່າວ​ຕື່ມ​ວ່າ, ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-​ອາ​ຊຽນ​ໄດ້​ຜ່ານ "ທົດ​ສະ​ວັດ​ຄຳ" ​ແລ້ວ, ພວມ​ກ້າວ​ເຂົ້າສູ່ "ທົດ​ສະ​ວັດ​ເພັດ​ພອຍ" ທີ່​ມີ​ຈຸດ​ເລີ່​ມຕົ້ນທີ່ສູງ​ກວ່າ​ເກົ່າ, ມີ​ເນື້ອ​ໃນ​ກວ້າງຂວາງ​ກວ່າ​ເກົ່າ ​ແລະ​ມີ​ການ​ຮ່ວມ​ມື​ເລິກ​ເຊິ່ງກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ