ນາຍົກ​ຈີນ​ເຂົ້າຢ້ຽມ​ຄຳນັບ​ປະທານາທິບໍດີ​ມຽນມາ
2014-11-14 19:16:55  cri 
    ວັນ​ທີ 14 ພະຈິກ​ນີ້, ຢູ່​ນະຄອນຫຼວງ​ເນ​ປີ​ດໍ, ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ເທ​ນ​ເຊ​ນ ປະທານາທິບໍດີ​ມຽນມາ, ​ເຊິ່ງ​ໃນ​ການ​ພົບ​ປະກັນ​ເທື່ອ​ນີ້, ສອງ​ຝ່າຍ​ໄດ້​​ແລກປ່ຽນ​ຄວາມ​ເຫັນ​ແລະ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ຢ່າງ​ກວ້າງຂວາງກ່ຽວ​ກັບ​ການ​ຊຸກຍູ້​ການ​ພົວພັນ​ຈີນ-​ມຽນມາຕື່ມ​ອີກ ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ.

    ທ່ານຫຼີ​ເຄີ້ສຽງ​ກ່າວ​ວ່າ, ຝ່າຍ​ຈີນ​ເດັດດ່ຽວ​ສະໜັບສະໜູນ​ມຽນມາ​​ເພື່ອ​ສືບ​ຕໍ່​ກ້າວເດີນ​ໄປ​ຕາມ​ເສັ້ນທາງ​ພັດທະນາ​ທີ່​ສອດຄ່ອງ​ກັບ​ສະພາບ​ຂອງ​ປະ​ເທດ​ຕົນ, ບັນລຸ​ສະ​ເຖຍລະ​ພາບ​ແລະ​ການ​ພັດທະນາຢ່າງ​ຍືນ​ຍົງ, ຈີນ​ຍິນ​ດີ​ຮ່ວມ​ກັບ​ມຽນມາ, ຍຶດໝັ້ນ​ໂດຍຖື​ໜັກ​ສະພາບ​ລວມ​ແຫ່ງ​ການ​ພົວພັນ​ມິດຕະພາບ​ຈີນ-​ມຽນມາ​ແລະ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ປະຊາຊົນ​ສອງ​ຊາດ, ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ, ​ເຮັດ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ສືບ​ທອດ​ປະຫວັດສາດ​​ແລະ​ພັດທະນາ​ອະນາຄົດ, ຍົກ​ລະດັບ​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ຈີນ-​ມຽນມາ​ໃຫ້​ສູງ​ຂຶ້ນຢ່າງຮອບດ້ານ, ສອງ​ປະ​ເທດ​ຈະ​ເປັນ​ເພື່ອນ​ບ້ານ​ທີ່​ດີ, ​ເພື່ອນ​ມິດ​ທີ່​ດີ ​ແລະ​ຄູ່​ຮ່ວມ​ທີ່​ດີ​ຈົນ​ເທົ່າ​ໃດໆ.

    ທ່ານ​ເທ​ນ​ເຊ​ນກ່າວ​ວ່າ, ຝ່າຍ​ມຽນມາ​ຍິນ​ດີ​ຖື​ການ​ຢ້ຽມຢາມ​ຂອງ​ທ່ານຫຼີ​ເຄີ້ສຽງ​ເປັນ​​ໂອກາດ​ທີ່​ເອື້ອ​ອຳນວຍ, ຮ່ວມ​ກັບ​ຝ່າຍ​ຈີນ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ຕື່ມ​ອີກ, ສະໜັບສະໜູນ​ແລະ​ຈະຕັ້ງໜ້າ​ເຂົ້າຮ່ວມ​ການ​ສ້າງ​ແລວ​ເສດຖະກິດ​ຈີນ-​ອິນ​ເດຍ-ມຽນມາ, "​ແລວ​ເສດຖະກິດ​ເສັ້ນທາງ​ສາຍ​ໄໝ", "​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21" ​ແລະ ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ, ດຳ​ເນີນ​ການ​ຮ່ວມ​ມື​ໃນ​ໂຄງການ​ໃຫຍ່, ດຳ​ເນີນ​ການ​ແລກປ່ຽນ​ທາງ​ດ້ານ​ວັດທະນະທຳ​ຢ່າງ​​ໃກ້ຊິດ, ​ແລະ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ໄດ້​ຮັບ​ການ​ພັດທະນາ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ